top of page
Search

ເສັ້ນທາງລົດໄຟລາວ-ຈີນ ຕ້ອງການພະນັກງານຈ່ຳນວນຫລາຍຄົນ.

ບໍລິສັດລົດໄຟລາວ-ຈີນ ຕ້ອງການພະນັກງານລາວປະມານ 700 ຄົນ.

ຕາມການລາຍງານຂອງໜັງສື່ພິມວຽງຈັນທາມໃຫ້ຮູ້ວ່າ ບໍລິສັດທາງລົດໄຟລາວ-ຈີນຕ້ອງ ການພະນັກງານໃນລະຫວ່າງ 600 ຫາ 700 ກວ່າຄົນ ອັນນີ້ນັບວ່າ ເປັນຂ່າວດີສໍາລັກນັກຮຽນ ນັກສຶກສາລາວທີ່ຮຽນຈົບ ແລະ ບໍ່ທັນມີວຽກເຮັດ ຫຼື ຫລາຍໆຄົນທີ່ກໍາລັງຊອກ ວຽກເຮັດງານທໍາຢູ່, ຫາກສົນໃຈຮ່ວມງານກັບເສັ້ນທາງລົດໄຟລາວຈີນກໍ່ຮີບຟ້າວກຽມເອກະສານ ແລະ ສອບຖາມຂໍ້ມູນເລີຍ.

ຫຼັງຈາກທີ່ ບໍລິສັດທາງລົດໄຟລາວ-ຈີນ ໄດ້ປະກາດຮັບສະ ໜັກພະນັກງານຈໍານວນຫຼາຍຄື ແນວນີ້, ການຮັບສະໜັກພະນັກງານດັ່ງກ່າວອາດຈະຕ້ອງມີໄດ້ຈັດແຈງຢ່າງລະອຽດແດ່ ແລະ ທາງບໍລິສັດໄດ້ແຈ້ງມາວ່າ ການຮັບສະໝັກຈະໄດ້ແບ່ງອອກເປັນ 3 ໄລຍະຄື ໄລຍະທີ່ 1 ແມ່ນຈະຮັບເອົາ ປະມານ 300 ຄົນ ໂດຍເຮັດວຽກຢູ່ ໃນ 4 ຕໍາແໜ່ງງານຄື: ຄົນຂັບລົດໄຟ, ຜູ້ຄຸມການເດີນ ລົດໄຟ, ຊ່າງສ້ອມແປງຫົວຈັກ ລົດໄຟ ແລະ ຊ່າງສ້ອມແປງສິ່ງຕິດ ຕັ້ງພື້ນຖານໂຄງລ່າງ.

Laos Insight ຕ້ອງການພະນັກງານ
ພາບ: Xinhua News

ສະເພາະໄລຍະເວລາທີ່ຈະເປີດຮັບສະໝັກພະນັກງານໄລຍະທີ 2 ແລະ 3 ຍັງບໍ່ທັນມີໄລຍະເວລາ ຫຼື ລາຍລະອຽດທີ່ສັດເຈນ.

ທ່ານໃດສົນໃຈຢາກໄປເຮັດວຽກຢູ່ ນໍາໂຄງການທາງລົດໄຟ ລາວ-ຈີນສາມາດໄປເອົາແບບຟອມ ຢູ່ບໍລິສັດທາງລົດໄຟລາວ-ຈີນຈໍກັດ ຢູ່ ທີ່ຕຶກວຽງຈັນເຊັນເຕີ ຊັ້ນ 06. ສາມາດສົ່ງປະຫວັດຫຍໍ້ ແລະ ຂໍ້ມູນສ່ວນໂຕ ໄປທີ່ເວັບໄຊ www.lcrc.ltd ຫຼື hr@lcrc.ltd ຫຼື ສາມາດຕິດຕໍ່ໂດຍກົງກັບບໍລິສັດ ທາງລົດໄຟລາວ-ຈີນຈໍກັດ. ເສັ້ນທາງລົດໄຟລາວ-ຈີນ ຕ້ອງການພະນັກງານລາວເກືອບ700 ຄົນ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by James Consulting. Proudly created with Wix.com

bottom of page