SME ລາວມີອຸປະສັກໃນການຕອບສະໜອງສິນຄ້າ ແລະ ບໍລິການໃຫ້ບໍລິສັດໃຫຍ່.
- superseo001
- Aug 23, 2020
- 1 min read
SME ລາວມີອຸປະສັກໃນການຕອບສະໜອງສິນຄ້າ ແລະ ບໍລິການໃຫ້ບໍລິສັດໃຫຍ່.
ທຸລະກິດ SMEs ມີອຸປະສັກຫຼາຍພໍສົມຄວນທີ່ຈະຕອບສະໜອງສິນຄ້າ ແລະ ບໍລິການຕາມມາດຕະຖານຂອງບໍລິສັດໃຫຍ່ຕ້ອງການ ເປັນຕົ້ນແມ່ນການບໍລິຫານການສະໜອງທີ່ມີປະສິດທິຜົນດີ, ການສ້າງຄວາມໄດ້ປຽບທາງດ້ານຕົ້ນທຶນການຜະລິດ ແລະ ມີຄຸນນະພາບສິນຄ້າດີໄປພ້ອມກັນ, ມີໃບຢັ້ງຢືນມາດຕະຖານການຜະລິດ, ມີສະພາບຄ່ອງທາງການເງິນໄດ້ ແລະ ອື່ນໆ ໂດຍສະເພາະແມ່ນການຟື້ນຕົວຫຼັງການແຜ່ລະບາດຂອງພະຍາດໂຄວິດ – 19, ນີ້ເປັນບັນຫາຫຼັກຂອງການດໍາເນີນທຸລະກິດໃນລາວ ໂດຍສະເພາະແມ່ນທຸລະກິດຂະໜາດນ້ອຍ ແລະ ກາງ.

ດັ່ງນັ້ນ, ຖ້າປາສະຈາກການສະໜັບສະໜູນຂອງພາຍນອກໃນໄລຍະຕົ້ນຂອງການເຊື່ອມໂຍງແລ້ວ ໂດຍສະເພາະແມ່ນນະໂຍບາຍ ແລະ ມາດຕະການໃນການຈັດຕັ້ງປະຕິບັດທີ່ມີປະສິດທິຜົນກໍຈະເຮັດໃຫ້ການຂະຫຍາຍຕົວ ແລະ ການກ້າວກະໂດດຂອງທຸລະກິດຂອງລາວໃນການພັດທະນາ, ການປັບປຸງເຕັກໂນໂລຊີ ແລະ ການນໍາໃຊ້ນະວັດຕະກໍາໃໝ່ຈາກພາຍນອກກໍຈະຊ້າ ຫຼື ຍາດແຍ່ງບໍ່ໄດ້.
ຂໍ້ສະເໜີແນະດ້ານວິຊາການບາງທັດສະນະທາງດ້ານວິຊາການ ເພື່ອຊ່ວຍເປັນແນວທາງໃນການວາງນະໂຍບາຍ ຫຼື ອາດຈະເປັນການສະໜັບສະໜູນການຈັດຕັ້ງປະຕິບັດນະໂຍບາຍທີ່ມີຢູ່ແລ້ວ ເພື່ອຊ່ວຍທຸລະກິດພາຍໃນ ແລະ ທັງເປັນການສ້າງແຮງຈູງໃຈທີ່ເໝາະສົມໃຫ້ແກ່ບໍລິສັດໃຫຍ່ ແລະ ບໍລິສັດຂ້າມຊາດນໍາໃຊ້ວັດຖຸດິບ ແລະ ຮ່ວມທຸລະກິດຢູ່ພາຍໃນປະເທດໃຫ້ຫຼາຍຂຶ້ນ ໂດຍສະເພາະແມ່ນໄລຍະຟື້ນຕົວຂອງທຸລະກິດ ຫຼັງການແຜ່ລະບາດຂອງພະຍາດໂຄວິດ – 19 ເຊິ່ງມີລາຍລະອຽດດັ່ງພາກຕໍ່ໄປນີ້:
1. ການສ້າງຄວາມເຂົ້າໃຈໃຫ້ແກ່ທຸລະກິດ SMEs ” ເຫັນໄດ້ ຄວາມສໍາຄັນ ແລະ ຜົນປະໂຫຍດຂອງການເຊື່ອມໂຍງເປັນສິ່ງຈໍາເປັນພື້ນຖານທີ່ຈະສ້າງໂອກາດໃນການຮຽນຮູ້ວິທີການບໍລິຫານຈັດການ, ການຖ່າຍໂອນເຕັກໂນໂລຊີ, ການນໍາໃຊ້ນະວັດຕະກໍາໃໝ່ ໂດຍຜ່ານບັນດາໂຄງການທີ່ໄດ້ຈັດຕັ້ງປະຕິບັດຜ່ານມາໃຫ້ມີປະສິດທິຜົນຫຼາຍຂຶ້ນ ສາມາດເຂົ້າເຖິງຂໍ້ມູນ – ຂ່າວສານດ້ານການຄ້າຢ່າງທົ່ວເຖິງດ້ວຍຫຼາຍຊ່ອງທາງ ( ທາງວິທະຍຸ, ໂທລະພາບ ແລະ ອື່ນໆ ), ການຝຶກອົບຮົມຜູ້ປະກອບການໃຫ້ມີຄວາມຮູ້ ແລະ ຄວາມສາມາດໃນການບໍລິຫານຈັດການທີ່ດີ, ການນໍາໃຊ້ການຄ້າຜ່ານທາງເອເລັກໂຕຣນິກ ແລະ ສ້າງນິຕິກໍາ ເພື່ອຮອງຮັບການຄ້າແບບໃໝ່ໃຫ້ທັນກັບສະພາບການເຫຼົ່ານີ້ເປັນຕົ້ນ.
2. “ ສ້າງກຸ່ມທຸລະກິດ, Cluster ” ຈາກຜົນຂອງການສຶກສາຊີ້ໃຫ້ເຫັນວ່າ ຂະໜາດທຸລະກິດແມ່ນມີຄວາມສໍາຄັນໃນການເຂົ້າຮ່ວມກັບຕ່ອງໂສ້ການຜະລິດສາກົນ, ແຕ່ການທີ່ຈະເພີ່ມກໍາລັງການຜະລິດ ຫຼື ຂະໜາດທຸລະກິດທັນທີທັນໃດນັ້ນ ແມ່ນຍັງເປັນຂໍ້ຈໍາກັດ ວນກ. ດັ່ງນັ້ນ, ຈໍາເປັນຕ້ອງສ້າງຄວາມເຂົ້າໃຈໃຫ້ບັນດາ ວນກ ເຫັນໄດ້ຄວາມສໍາຄັນຂອງການຈັດກຸ່ມທຸລະກິດ ພ້ອມທັງສ້າງສິ່ງອໍານວຍຄວາມສະດວກພື້ນຖານ ( ການບໍລິຫານຈັດການພາຍໃນກຸ່ມ ເພື່ອສ້າງຄວາມຍືນຍົງ ) ແລະ ຕ້ອງໄດ້ຕິດຕາມປະເມີນຈາກພາກສ່ວນກ່ຽວຂ້ອງໃຫ້ຫຼາຍຂຶ້ນ.
ຜ່ານມາກໍສັງເກດເຫັນວ່າມີການສ້າງກຸ່ມແດ່ແລ້ວ ເຊັ່ນ: ຮູບແບບຂອງສະມາຄົມທຸລະກິດ ( ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ), ກຸ່ມສະຫະກອນ ( ກະສິກໍາອິນຊີ, ທຸລະກິດເຂົ້າ ), ໜຶ່ງເມືອງໜຶ່ງຜະລິດຕະພັນ ແລະ ອື່ນໆ ແຕ່ຍັງສັງເກດເຫັນວ່າການຕິດຕາມ ແລະ ປະເມີນຜົນໄດ້ຮັບຍັງບໍ່ທັນເປັນປົກກະຕິ ແລະ ບໍ່ ກວ້າງຂວາງເທື່ອ ເພື່ອຮັບປະກັນ ຄວາມຍືນຍົງ ຖ້າຫາກກຸ່ມໃດມີການບໍລິຫານຈັດການທີ່ດີກໍມີອໍານາດໃນການຕໍ່ລອງ ແລະ ສາມາດເຊື່ອມໂຍງກັບຕ່ອງໂສ້ການຜະລິດສາກົນໄດ້. ໃນຂະນະດຽວກັນ, ສະມາຊິກພາຍໃນກຸ່ມກໍຈະມີໂອກາດໃນການຮຽນຮູ້ສິ່ງໃໝ່, ການນໍາໃຊ້ເຕັກໂນໂລຊີ ແລະ ນະວັດຕະກໍາໃໝ່ຈາກພາຍນອກເຂົ້າໃນການຜະລິດ ແລະ ການບໍລິການຂອງຕົນໃຫ້ດີຂຶ້ນ ແລະ ສາມາດແຂ່ງຂັນໄດ້ໃນອະນາຄົດ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido.
Comments