ເມືອງພູຄູນກັບທຳມະຊາດອັນສວຍງາມປົກຄຸ່ມດ້ວຍທະເລໝອກ
- superseo001
- May 11, 2020
- 1 min read
ເມືອງພູຄູນກັບທຳມະຊາດອັນສວຍງາມປົກຄຸ່ມດ້ວຍທະເລໝອກ ເມືອງພູຄູນ ຕັ້ງຢູ່ເສັ້ນທາງ 13ເໜືອ ໃນຈຸດ3ແຍກໄປແຂວງ ຊຽງຂວາງ ແລະ ຫຼວງພະບາງ ,ເປັນຈຸດທີ່ສູງຊັນຈົນກາຍເປັນ ເມືອງຍຸດທະສາດສໍາຄັນອີກ ແຫ່ງໜຶ່ງຂອງແຂວງຫຼວງພະ ບາງ. ຖ້າທຽບກັບລະດັບນໍ້າ ທະເລແລ້ວຈະມີຄວາມສູງປະ ມານ 1.500ແມັດ, ແລະ ມີຈຸດ ພິເສດພົ້ນເດັ່ນຄືມື້ໜຶ່ງມີສາມ ລະດູເຊັ່ນ: ຝົນຕົກ, ມີໝອກ ແລະ ແດດ. ອຸ່ນນະພູມໃນລະດູໜາວ ບາງປີມີພຽງ 0 ອົງສາ ແລະ ລະດູຮ້ອນຈະບໍ່ເກີນ 30 ອົງສາ.
ເມືອງພູຄູນ ເປັນພູມລໍາ ເນົາ ຂອງພີ່ນ້ອງເຜົ່າມົ້ງ ແລະ ເຜົ່າກຶມມຸ ເປັນສ່ວນໃຫຍ່ໂດຍ ອາໄສການເຮັດໄຮ່ ແລະ ເຮັດ ສວນ, ຖ້າໃຜຫາກໄດ້ຜ່ານໄປ ມາກໍສາມາດສັງເກດເຫັນໄດ້ ຈາກພູຫົວໂລ້ນຫຼາຍໜ່ວຍ ຍ້ອນການຖາງປ່າເຮັດໄຮ່ຂອງ ປະຊາຊົນເຂດນີ້ ໃນເມື່ອກ່ອນ ແລະ ແຕ່ໃດໆມາ ປະຊາຊົນເຂດ ນີ້ ມີຄວາມດຸໝັ່ນຂະຫຍັນພຽນ ໃນການອອກແຮງງານເພີ່ມພູນ ຜະລິດຜົນທີ່ອາໃສຄວາມອຸດົມ ສົມບູນຂອງທໍາມະຊາດທີ່ອໍາ ນວຍຄວາມສະດວກໃຫ້ແກ່ ຜົນລະປູກຂອງເຂົາເຈົ້າ ເຊັ່ນ: ຜັກກາດ, ໝາກເຜັດ, ໝາກແຕງ ແລະ ອື່ນໆ. ນອກນັ້ນ, ພວກ ເຂົາຍັງໄດ້ອາໃສເຄື່ອງປ່າຂອງດົງເພື່ອການລ້ຽງຊີບເຊັ່ນ: ຍັງ ໄດ້ເອົາຕົ້ນແຂມມາເຮັດຟອຍ ຂາຍເປັນລາຍຮັບເສີມໃຫ້ ຄອບຄົວນໍາອີກ. ທຳມະຊາດອັນສວຍງາມຂອງເມືອງພູຄູນ ເມືອງທະເລໝອກ ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments