ອະທິບາຍຄຳວ່າ ລັບ ແລະ ຫລັບ ໃນພາສາລາວ
- superseo001
- May 26, 2020
- 1 min read
ມາຮູ້ຈັກພາສາລາວອີກຄຳໜື່ງຄຳວ່າ ລັບ ແລະ ຫລັບ ພາສາລາວຄຳວ່າ ລັບ ແລະ ຫລັບ ສອງຄຳນີ້ເພື່ອບໍ່ໃຫ້ສັບສົນ ແລະ ເພື່ອໃຫ້ຫລາຍໆຄົນໃຊ້ໃຫ້ຖືກຕ້ອງຕາມກົດຂອງພາສາລາວເຮົາຈະມາແຍກລະອຽດໃຫ້ເຂົ້າໃຈຫລາຍຂື້ນຕື່ມອີກ.
#ຄວາມຄືກັນ ທັງສອງສັບລ້ວນແຕ່ມີວຽງພື້ນຖານຕາມສຽງທຽບກັບ ລ ສຽງຕໍ່າ ຫຼ ເປັນພະຍັນຊະນະປະສົມ ກາຍເປັນສຽງສູງ ແລະປະກອບກັບສະຫຼະສຽງສັ້ນ-ສະກົດ ຕາຍ ເຊິ່ງການອອກສຽງ ລັບ ແລະ ຫຼັບ ກໍຄ້າຍກັນ (ສຳນຽງວຽງຈັນ) ຖ້າເປັນໃຕ້ ແລະເໜືອ ລັບ ອອກສຽງຕໍ່າຄືມີວັນນະຍຸດໄມ້ເອກ ແລະ ຫຼັບ ເປັນສຽງສູງກາງໆ. #ຄວາມແຕກຕ່າງ ສອງສັບມີຄວາມໝາຍແຕກຕ່າງຢ່າງຊັດເຈນຄື: #ລັບ (ลับ) ຄຸນນາມ ໝາຍເຖິງ ບັງຢູ່, ບ່ອນປິດບັງ, ແນມບໍ່ເຫັນ, ປົກປິດໄວ້ ຕົວຢ່າງ: ລັບຢູ່ກົກເສົາ, ຢູ່ບ່ອນລັບຫູລັບຕາ, ລັບໆລີ້ໆ, ລັບໜ້າລັບຫຼັງ, ລ່ວງລັບດັບຂັນ… #ລັບ (ลับ) ຖ້າເປັນຄຳກຳມະໝາຍເຖິງ ຝົນ, ຂັດຖູ ການເອົາສິ່ງໃດໜຶ່ງໄປຮຸກຖູກັບຫີນ, ຫລື ການເຮັດໃຫ້ແຫລມຄົມ, ເຮັດໃຫ້ບາງລົງ ຕົວຢ່າງ: ລັບພ້າ ບາງທ້ອງຖິ່ນເອີ້ນ ຝົນພ້າ, ເພື່ອໃຫ້ຜ້າ ຫລື ມີດ ຄົມ ແລະ ຕັດຟັນເຂົ້າດີ, … ມາຮູ້ຈັກພາສາລາວວັນລະຄຳກັນມື້ນີ້ສະເໜີຄຳວ່າ ລັບ ແລະ ຫລັບ ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments