top of page
Search

ຄວາມມະ​ຫັດສະຈັນຂອງ 4.000 ຂຸມ ໃນ​ສາ​ລະ​ວັນທີ່​ທ່​ານ​ຕ້ອງ​ໄປ

Updated: Apr 29, 2020

ສາລະວັນ 4.000 ຂຸມ ດິນແດນແຫ່ງຄວາມມະ​ຫັດສະຈັນ ທີ່ທ່ານຄວນສຳຜັດ

ແຂວງສາລະວັນມີສະຖານທີ ທ່ອງທ່ຽວທີ່ໜ້າສົນໃຈບໍ່ ນ້ອຍໜ້າຈາກແຂວງອື່ນໆ, ໂດຍສະເພາະກໍແມ່ນສະຖານ ທີ່ທ່ອງທ່ຽວ 4.000 ຂຸມ ແລະ ແຂວງສາ​ລະ​ວັນ​ຍັງ​ເປັນ​ແຂວງທີ່ມີເສດຖະກິດກຳລັງຂະຫຍາຍຕົວຂຶ້ນ ເລື້ອຍໆ ໂດຍສະເພາະແມ່ນ ວຽກງານການທ່ອງທ່ຽວທີ່ມີຫຼາຍ ຊົນເຜົ່າດຳລົງຊີວິດ ຢູ່ດ້ວຍກັນ.


ສະຖານທີ່ທ່ອງທ່ຽວ 4.000 ຂຸມ ເປັນສະຖານທີ່ ທ່ອງທ່ຽວທີ່ມີຄວາມໂດດ ເດັ່ນ ແລະ ໜ້າອັດສະຈັນ ກຳເນີດເກີດຂຶ້ນຈາກທຳມະຊາດ ເຊິ່ງສະຖານທີ່ດັ່ງກ່າວ ແມ່ນກຳລັງເປັນທີ່ສົນໃຈ ຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ

ລະດູ ການທ່ອງທ່ຽວ 4.000 ຂຸມ ແມ່ນເລາະລຽບໄດ້ເລີ່ມມາແຕ່ເດືອນມັງກອນ ໄປຈົນ ເຖິງ ເດືອນພຶດສະພາຂອງ ທຸກໆປີ ເຊິ່ງສະຖານທີ່ດັ່ງ ກ່າວ ແມ່ນຢູ່ຕາມ ລໍາແມ່ນໍ້າ ຂອງທີ່ເກີດຈາກ ການກັດ ເຊາະຂອງແມ່ນໍ້າຂອງ

ເຮັດ ໃຫ້ເກີດເປັນປະຕິມາ ກໍາທີ່ ໜ້າມະຫັດສະຈັນ, ໂດຍມີບັນ ດາກ້ອນຫີນຂະຫນາດ ນ້ອຍ- ໃຫຍ່ ທີ່ໄດ້ຖືກສາຍນໍ້າກັດ ເຊາະມາເປັນ ເວລາຫຼາຍປີ

ແລະ ເຮັດໃຫ້ກາຍ ເປັນຮູບແບບ ຕ່າງໆນໍາມາ ໃຫ້ເກີດຄວາມ ສວຍສົດງົດງາມ ແລະ ແປກ ຕາແປກໃຈ ທີ່ທຳມະຊາດ ໄດ້ສ້າງຂຶ້ນມາ ຢ່າງມະຫັດ ສະຈັນ 4.000 ຂຸມ ເຖິງຈະມີ ມາຫຼາຍຮ້ອຍປີແລ້ວກໍຕາມ, ແຕ່ໄລຍະຜ່ານມາບໍ່ຄ່ອຍມີ ໃຜສົນໃຈພໍປານໃດ,

ຕົກມາ ໃນໄລຍະ 10 ປີຫຼັງຜ່ານມາ ນີ້ ວຽກງານການທ່ອງທ່ຽວ ໄດ້ມີການເຕີບໃຫຍ່ຂະ ຫຍາຍຕົວຂຶ້ນເປັນກ້າວໆ ຈຶ່ງ ໄດ້ກໍານົດເອົາຈຸດດັ່ງກ່າວ ເປັນອີກໜຶ່ງສະຖານທີ່ທ່ອງທ່ຽວ ທີ່ມີຄວາມໜ້າສົນໃຈ ຂອງເມືອງ ລະຄອນເພັງ, ແຂວງສາລະວັນ.

ສໍາລັບທ່ານຈິດທີ່ມີ ຄວາມຕ້ອງການໄປທ່ຽວ ຊົມສະຖານທີ່ທ່ອງທ່ຽວ 4.000 ຂຸມໃນເວລາທ່ອງ ທ່ຽວທີ່ເຫມາະສົມທີ່ສຸດ ຄືຕອນເຊົ້າ ແລະ ຕອນແລງໆ ເພື່ອຊົມພະອາທິດພົ້ນຈາກ ຂອບຟ້າຍາມເຊົ້າ ແລະ ພະ ອາທິດລົງລັບຂອບຟ້າຍາມແລງ ແລະ ຕາເວັນຕົກດິນ ບອກໄດ້ເລີຍວ່າເປັນໄລຍະ ທີ່ມີຄວາມງົດງາມທີ່ສຸດ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by James Consulting. Proudly created with Wix.com

bottom of page