top of page
Search

ກວດພົບຜູ້ຕິດເຊື້ອໂຄວິດ-19 ລວມ 11 ຄົນ ໃນ ສ​ປ​ປ ລາວ

Updated: Apr 27, 2020

ສ​ປ​ປ ລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນ 1 ຄົນ, ລວມທັງ​ໝົດ​ເປັນ 11 ຄົນ​ແລ້ວ

ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດ ທີ່ເກີດຈາກ ເຊື້ອຈຸລະໂຣກສາຍພັນໃໝ່ ໂຄວິດ-19, ໄດ້ຖະແຫຼງໃນວັນທີ 5 ເມສານີ້ ທ່ານໄດ້ກ່າວວ່າ: ມາຮອດວັນທີ 4 ເມສານີ້ ໄດ້ພົບຜູ້ຕິດເຊື້ອເປັນຜູ້ທີ 11 ຊຶ່ງເປັນຊາວຕ່າງປະເທດ ທີ່ເຮັດວຽກ ຢູ່ ສປປ ລາວ, ເຮັດໃຫ້ຍອດລວມສະສົມ ຜູ້ຕິດເຊື້ອທັງໝົດ ໃນປະເທດເພີ່ມຂຶ້ນເປັນ 11 ກໍລະນີ. ນັບ​ແຕ່​ເດືອນ​ມັງ​ກອນ ມາ​ຮອດ ວັນ​ທີ 4 ເມ​ສາ 2020 ໄດ້​ເກັບ​ຕົວ​ຢ່າງ​ມາ​ກວດ​ທັງ​ໝົດ 604 ຄົນ, ກວດ​ພົບ ຜູ້​ຕິດ​ເຊື້ອ 11 ຄົນ. ໃນ​ນັ້ນ ຄົນ​ລາວ 10 ຄົນ ແລະ ຄົນ​ຕ່າງ​ປະ​ເທດ 1 ຄົນ.

ການເຝົ້າລະວັງ COVID-19 ປະຈຳດ່ານ ໃນ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 4 ເມສາ 2020 ຕາມດ່ານຊາຍແດນ ແລະ ສະໜາມບິນສາກົນ. ການເຝົ້າລະວັງ ແລະ ວິເຄາະ ໃນວັນທີ 4 ເມສາ 2020, ໄດ້ມີກໍລະນີສົງໃສ ແລະ ເກັບຕົວຢ່າງມາກວດ 31 ຄົນ. ໃນນັ້ນ ນະຄອນຫຼວງຽງຈັນ 14 ຄົນ (ຄົນລາວ 13 ແລະ ຄົນປາປົວນິວກີເນ 1 ຄົນ); (ຜ່ານດ່ານລາວ-ໄທ 1 ຄົນ, ກໍລະນີຍັງຖືກຕິດຕາມຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ 4 ຄົນ ບໍ່ພົບເຊື້ອ, ກໍລະນີສົງໃສທົ່ວໄປ 9 ຄົນ). ຕ່າງແຂວງ 17 ຄົນເປັນຕົ້ນ: ແຂວງອຸດົມໄຊ 3 ຄົນ (3 ກໍລະນີສົງໄສທົ່ວໄປ) ຈໍາປາສັກ 2 ຄົນ, ໃນນັ້ນ ມີ 1 ກໍລະນີສົງໄສທົ່ວໄປ, 1 ແມ່ນແຮງງານລາວກັບມາແຕ່ໄທ ໄຊຍະບູລີ 2 ຄົນ (2 ກໍລະນີສົງໄສທົ່ວໄປ) ຫຼວງນໍ້າທາ 2 ຄົນ (2 ກໍລະນີສົງໄສທົ່ວໄປ) ສາລະວັນ 2 ຄົນ (2 ກໍລະນີສົງໄສທົ່ວໄປ) ສະຫວັນນະເຂດ 1 ຄົນ (1 ກໍລະນີ ແມ່ນແຮງງານລາວກັບມາແຕ່ໄທ) ບໍ່ແກ້ວ 1 ຄົນ (1 ກໍລະນີ ແມ່ນແຮງງານລາວກັບມາແຕ່ໄທ) ຫົວພັນ 1 ຄົນ (1 ກໍລະນີສົງໄສທົ່ວໄປ) ຫຼວງພະບາງ 1 ຄົນ (1 ກໍລະນີສົງໄສທົ່ວໄປ) ແຂວງ ເຊກອງ 1 ຄົນ (1 ກໍລະນີສົງໄສທົ່ວໄປ) ອັດຕະປື 1 ຄົນ (1 ກໍລະນີສົງໄສທົ່ວໄປ)ຕົວຢ່າງທີ່ເກັບທັງໝົດ 31 ຄົນ, ຜົນກວດພົບຜູ້ຕິດເຊື້ອ 1 ຄົນ ຊຶ່ງແມ່ນກໍລະນີນໍາເຂົ້າ:ເປັນພະນັກງານບໍລິສັດພູເບ້ຍ ເພດຊາຍອາຍຸ 55 ປີ, ສັນຊາດປາປົວນິວກີເນ ທີ່ເດີນທາງຈາກປາປົວນິວກີເນ ໂດຍຜ່ານສິງກະໂປ ແລະ ຜ່ານປະເທດໄທ ເຂົ້າມາ ສປປ ລາວ ໃນວັນທີ 23 ມີນາ ໂດຍພັກຢູ່ໂຮງແຮມ ຄຣາວພາຊາ, ຈາກນັ້ນ ວັນທີ 25 ມີນາ ກໍເດີນທາງໄປພູເບ້ຍ ບ່ອນທີ່ຜູ້ກ່ຽວເຮັດວຽກ ຊຶ່ງມີຜູ້ຮ່ວມເດີນທາງ 11 ຄົນ ແລະ ພົວພັນກັບບ່ອນເຮັດວຽກປະມານ 100 ຄົນ.



ຕິດຕາມ​ການ​ເຄືອນ​ໄຫວ​ເຫດ​ການເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ FacebookDoodido

 
 
 

Comments


© 2023 by James Consulting. Proudly created with Wix.com

bottom of page