top of page
Search

ຄຳ​ວ່າ ໃກ້ສິດ ແລະ ໃກ້ຊິດ

Updated: Apr 27, 2020

ຄວາມ​ໝາຍ​ຂອງ ຄຳ​ວ່າ ໃກ້ສິດ ແລະ ໃກ້ຊິດ ທີ່​ຫລາຍ​ທ່ານຍັງ​ມີ​ການ​ໃຊ້​ຜິດ​ກັນ​ຢູ່

ຄວາມຈິງແລ້ວສອງສັບນີ້ທີຄວາມໝາຍແຕກຕ່າງກັນ ແຕ່ກໍຄ້າຍຄືກັນແດ່ ເພາະທັງສອງລ້ວນແຕ່ມີຄຳວ່າ ໃກ້ ນຳໜ້າ ຕ່າງແຕ່ ສິດ ແລະ ຊິດ ເທົ່ານັ້ນ.

ຄຳວ່າ #ໃກ້ ເປັນຄຸນນາມ ໝາຍເຖິງບໍ່ໄກ, ມໍ່, ບໍ່ຫ່າງ…


#ສິດ ເປັນຄຳນາມ ໃນທີ່ນີ້ແມ່ນຖືກແປງມາຈາກຄຳໃນພາສາປາລີວ່າ ສິດທິ ໝາຍເຖິງອຳນາດ, ຄວາມເປັນໄປໄດ້, ສິ່ງທີ່ຢັ້ງຢືນເຖິງຄວາມເປັນໄປໄດ້, ຄວາມຖືກຕ້ອງ, ຄວາມຊອບທຳ….. ເຊັ່ນ ສິດເສລີພາບ, ສິດໃນການຄຸ້ມຄອງ, ມີສິດໃນມໍລະດົກ, ມີສິດໃນການເບິ່ງແຍງ, ສິດທິສະຕີ, ສິດທິມະນຸດ…

#ຊິດ ມີຫຼາຍຄວາມໝາຍ ແຕ່ຈະຂໍອະທິບາຍໃນຄວາມໝາຍທີ່ເປັນຄຸນນາມ ແປວ່າ ຕິດ, ແປະ, ແນບ, ໃກ້, ມໍ່…


#ໃກ້ສິດ ມັນຈະເປັນຄຳຄຸນນາມວະລີ ທີ່ມີຄຸນນາມນຳໜ້າ ໝາຍເຖິງ ຍັງບໍ່ມີສິດເຕັມຕົວ, ມໍ່ຈະມີສິດເຕັມຕົວ, ສິດທີ່ຍັງບໍ່ເຕັມ…


#ໃກ້ຊິດ ເປັນຄຳປະສົມ ໃນຮູບແບບຊ້ອນຄວາມໝາຍລວງດຽວກັນ ໝາຍເຖິງ ຕິດແປະ, ແນບແປະ, ມໍ່ໆ, ໃກ້ໆ, ສາມາດປີ້ນກັນໄດ້ຄື ໃກ້ຊິດ ແລະ ຊິດໃກ້.



ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ FacebookDoodido

 
 
 

Comments


© 2023 by James Consulting. Proudly created with Wix.com

bottom of page