top of page
Search

ຄວາມໝາຍຂອງຄຳວ່າ ຢຽດ ພາສາລາວໃຊ້ແນວໃດ?

ຄວາມໝາຍຂອງຄຳວ່າ ຢຽດ ພາສາລາວໃຊ້ແນວໃດ?

“ຢຽດສີຜິວ ຫຼື ຈຳແນກເຊື້ອຊາດ ແລະຜິວພັນ”​

ຄິດວ່າຫຼາຍໆຄົນຄົງຈະຕິດຕາມຂ່າວຮ້ອນທີ່ເກີດຂຶ້ນຢູ່ອາເມລິກາໃນຕອນນີ້ ເຊິງມີປະຊາຊົນຊາວອາເມລິກາ ແລະ ອື່ນໆບໍ່ພໍໃຈກັບການປະຕິບັດກັບຄົນຜິວດຳ, ເຊິງສາຍເຫດທີ່ຈູດສະນວນໃຫ້ເກີຂື້ນນີ້ກໍ່ມາຈາກການຈັບກູ່ມຄົນຜິວດຳຂອງຕຳຫລວດອາເມລິກາເກີນເຫດ ແລະ ເຮັດໃຫ້ຊາຍຜິວດຳນັ້ນເສຍຊິວິດ ແລະ ອາດມີກໍລະນີສະສົມມາຫລາຍໆກໍລະນີ, ແຕ່ເຮົາຈະມາເວົ້າກ່ຽວກັບຄຳທີ່ເຮົາມັກໄດ້ຍິນຕະຫລອດກໍ່ຄືຄຳວ່າ ຢຽດ.

ພວກເຮົາຈະຂໍນຳເອົາ 2 ຄຳສັບທີ່ຢາກໃຫ້ທຸກຄົນເຂົ້າໃຈກົງກັນ

ຖ້າພວກເຮົາຕິດຕາມຂ່າວຈາກສື່ໄທ ເຂົາຈະເວົ້າ ແລະຂຽນວ່າ “ການຢຽດສີຜິວ, ຢຽດຜິວ”​

ຄຳວ່າ ຢຽດສີຜິວ ນີ້ທາງສື່ມວນຊົນລາວເຮົາເຄີຍໃຊ້ວ່າ “ການຈຳແນກເຊື້ອຊາດ ແລະ ຜິວພັນ“​

ດັ່ງນັ້ນ,​, ຢາກໃຫ້ທຸກຄົນເຂົ້າໃຈ ແລະນຳໃຊ້ກົງກັນເວລາເວົ້າ ຫຼືຂຽນເລື່ອງນີ້ ເພື່ອເປັນການບໍ່ຕ້ອງຢືມພາສາອື່ນມາໃຊ້ ຫຼືຫຼົງລືມຄຳທີ່ພາສາລາວເຄີຍບັນຍັດໄວ້ແລ້ວ ຢາກໃຫ້ທຸກຄົນໃຊ້ວ່າ “​ການຈຳແນກເຊື້ອຊາດ ແລະຜິວພັນ”

​ເວົ້າລາວກັນ
​ເວົ້າລາວກັນ

ອະທິບາຍສັບເພີ່ມຕື່ມ – ຢຽດ ບໍ່ພົບຄວາມໝາຍທັງໃນວັດຈະນານຸກົມທີ່ຮຽບຮຽງໂດຍ ທອງຄຳ ອ່ອນມະນີສອນ ແລະສະຖາບັນວິທະຍາສາດສັງຄົມ ແຕ່ຄຳວ່າ “ຢຽດ” ມີບາງທ້ອງຖິ່ນໃຊ້ຄູ່ກັບຄຳວ່າ ຢືດ ເຊັ່ນ ຢືດໃຫ້ຊື່,​ ຢຽດແຄ່ງຢຽດຂາ, ຢຽດ ກົງກັນຂ້າມກັບຂົດ.​ ພາສາລາວຄວາມໝາຍຂອງຄຳວ່າ ຢຽດ ແລະ ການຢຽດສີຜິວ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by James Consulting. Proudly created with Wix.com

bottom of page