top of page
Search

ຄວາມ​ໝາຍຂອງຄຳ​ວ່າ ບໍ່ຍອມແພ້ ​ໃນ​ພາ​ສາ​ລາວ

ຄວາມ​ໝາຍຂອງຄຳ​ວ່າ ບໍ່ຍອມແພ້ ​ໃນ​ພາ​ສາ​ລາວ

ຄິດ​ວ່າ​ຫລາຍໆ​ທ່ານ​ຄົງ​ເຄີຍເຫັນ ເຄີຍໄດ້ຍິນ ແລະ ນຳ​ໃຊ້​ຄຳນີ້ຢູ່​ເຊັ່ນ​ກັນເຊິງ​ຄວາມ​ໝາຍ​ຂອງ​ຄຳ​ນີ້​ຖ້າ​ຈະ​ທຽບ​ໃສ່​ພາ​ສາ​ໄທ​ກໍ່​ຄື “ไม่ยอมแพ้” ນັ້ນ​ເອງ, ແຕ່​ຫາກ​ແຍກ​ຄຳ​ນີ້​ອອກ​ຈາກ​ກັນ​ຈະ​ມີ​ຄວາມ​ຕ່າງ​ກັນ​ເຊັ່ນ​ຄຳ​ວ່າ ແພ້.

ree

ຄຳວ່າ #ບໍ່ຍອມແພ້ ໃນພາສາລາວເຮົາໝາຍເຖິງຫຍັງ?​

ຖ້າເຮົາແຍກໃຫ້ເຫັນຄັກໆ ຖ້າເອົາຄວາມໝາຍຄຳນີ້ເປັນຄຳລາວ ຈະສັບສົນເຕີບ.​

ໃນນີ້ມີ 3 ຄຳຢູ່ນຳກັນຄື “ບໍ່,​ ຍອມ ແລະ ແພ້”

ແອັດມິນຈະແຍກໃຫ້ເຫັນດັ່ງນີ້:

#ບໍ່ ເປັນຄຳປະຕິເສດເຊັ່ນ ບໍ່ກິນ,​ ບໍ່ຢູ່,​ ບໍ່ນອນ,​ ບໍ່ເຮັດ,​ ບໍ່ຍອມ….​ ແລະເປັນຄຳຖາມເຊັ່ນ ກິນບໍ່?​,​ ຢູ່ບໍ່?​,​ ໄປບໍ່?​

#ຍອມ ການບໍ່ສູ້,​ ຖອຍທ່າ,​ ອາການບໍ່ຕອບໂຕ້ ເຊັ່ນ ຍອມກິນ,​ ຍອມເສຍ,​ ຍອມເຮັດ,​ ຍອມສູ້…

#ແພ້ ໄດ້,​ ສູ້ໄດ້,​ ເຮັດໄດ້,​ ຊະນະ ຫຼື ສຳເລັດຜົນ ເຊັ່ນ ຜາບແພ້,​ ແພ້ສົງຄາມ…​

ເມື່ອລວມກັນ ຈະໄດ້ເປັນ 5 ກຸ່ມຄື

1. ບໍ່ຍອມ = ສູ້ຕໍ່ໄປ,​ ເຮັດຕໍ່ໄປ

2. ບໍ່ແພ້ = ເສຍ,​ ບໍ່ໄດ້, ບໍ່ຊະນະ

3. ຍອມແພ້, = ຍອມຊະນະ= ເປັນຝ່າຍຊະນະ,​ ບໍ່ເສຍ

4. ບໍ່ຍອມແພ້ = ບໍ່ເປັນຝ່າຍໄດ້,​ ບໍ່ຍອມຊະນະ,​ ບໍ່ເປັນຝ່າຍໄດ້ = ເສຍ

5. ຍອມບໍ່ແພ້ = ຍອມບໍ່ຊະນະ = ຍອມເສຍ

ຄຳນີ້ຈະນຳມາໃຊ້ໃນຄວາມໝາຍ ທີ່ເຮົາບໍ່ຍອມເສຍ,​ ເຮົາບໍ່ຍອມຈຳນົນ ໃນພາສາລາວຖືວ່າບໍ່ຖືກບໍ່ຕ້ອງ.​

ຕ່າງຈາກພາສາໄທ ທີ່ຄຳວ່າ “ແພ້”​ ແປວ່າ ເສຍ,​ ຍອມ,​ ບໍ່ຊະນະ “ຍອມແພ້= ຍອມເສຍ ເມື່ອປະສົມກັນ ບໍ່ຍອມແພ້ ຈຶ່ງແປວ່າ ບໍ່ຍອມເສຍ,​ ບໍ່ຍອມເຊົາ,​ ສູ້ຕໍ່ໄປ, ຕ້ອງຊະນະ…​

ບໍ່ຍອມແພ້ ຄວາມ​ໝາຍ​ໃນ​ພາ​ສາ​ລາວ​ແມ່ນ​ແນວ​ໃດ? ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by James Consulting. Proudly created with Wix.com

bottom of page