ຄົ້ນພົບຖ້ຳແຫ່ງໃໝ່ອາດຈະໃຫຍ່ທີ່ສຸດ ໃນປະເທດລາວ
- superseo001
- Apr 14, 2020
- 1 min read
Updated: Apr 28, 2020
ຖ້ຳຜາກ້າເປັນຖ້ຳແຫ່ງໃໝ່ທີ່ຖືກຄົ້ນພົບ ແລະ ຄາດວ່າຈະໃຫຍ່ທີ່ສຸດ ໃນປະເທດລາວ
ປະຈຸບັນຖໍ້າກອງລໍຕັ້ງຢູ່ແຂວງຄຳມ່ວນ ເຊີ່ງເປັນຖໍ້າທີ່ໃຫຍ່ທີ່ສຸດໃນປະເທດ ລາວໃນເວລານີ້ມີຄວາມສູງ 100 ເມັດ, ກວ້າງ 90 ແມັດ, ແລະ ຍາວ 7.5 ກິໂລແມັດ, ສ່ວນຖ້ຳຜາກ້າຕັ້ງຢູ່ບ້ານນໍ້າເຟືອງ, ເມືອງ ແມດ ແຂວງວຽງຈັນ ມີຄວາມສູງ 120 ແມັດ, ກ້ວາງ 400 ເເມັດ ແລະ ຍາວ 8 ກິໂລແມັດອາດຈະກາຍເປັນ ຖໍ້າທີ່ໃຫຍ່ທີ່ສຸດໃນປະເທດລາວ.

ຊ່ຽວຊານຍີ່ປຸ່ນຮ່ວມກັບພະນັກງານຢູ່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງແມດ ແຂວງ ວຽງຈັນ ໄດ້ໃຊ້ເວລາປີກວ່າໃນການ ລົງສຳຫຼວດຖໍ້າຜາກ້າທີ່ຕັ້ງຢູ່ບ້ານນໍ້າ ເຟືອງ ແລະ ເຊື່ອວ່າຖ້ຳດັ່ງກ່າວອາດ ຈະເປັນຖ້ຳທີ່ໃຫຍ່ທີ່ສຸດໃນປະເທດ ລາວ.
ທ່ານ ຊາຍແດນ ສຸນລິນທາ ຫົວໜ້າ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງແມດໄດ້ກ່າວ ກັບນັກຂ່າວໜັງສືພິມວຽງຈັນທາຍ ເຊົ້າມື້ນີ້ 31/07/2019 ວ່າ: ຊ່ຽວຊານ ຍີ່ປຸ່ນເຊື່ອວ່າຖໍ້າຜາກ້າແມ່ນຖໍ້າທີ່ໃຫຍ່ທີ່ສຸດໃນປະເທດລາວ ເຖິງແມ່ນວ່າ ການສຳຫຼວດຈະສິ້ນສຸດລົງ ແຕ່ພວກ ເຂົາເຈົ້າຈະກັບມາລາວເພື່ອສຳຫຼວດ ຄືນອີກເທື່ອໜຶ່ງ ແລະ ຈະນຳເອົາຜົນ ການສຳຫຼວດນີ້ໄປລາຍງານຕໍ່ກອງປະຊຸມນານາຊາດເພື່ອຮັບຮອງເອົາ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments