top of page
Search

ການນຳເຂົ້າ ແລະ ສົ່ງອອກ ສະຖິຕິທາງການຄ້າປີ 2019 ສິດທິພິເສດ

ການນຳເຂົ້າ ແລະ ສົ່ງອອກ ສະຖິຕິທາງການຄ້າປີ 2019 ສິດທິພິເສດ ຈາກການລາຍງານຂອງສຳນັກຂ່າວສານປະເທດລາວ ໃຫ້ຮູ້ວ່າ ກົມການນໍາເຂົ້າ ແລະ ສົ່ງອອກ ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ສຳເລັດການສັງລວມ ສະຖິຕິການນຳເຂົ້າ ແລະ ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ ປະຈຳປີ 2019 ​ເຊິງ​ໄດ້​ຂໍ້​ມູນສະຫລຸບອອກ​ມາໃຫ້ຮູ້ໃນລາຍລະອຽດມີ​ດັ່ງ​ນີ້. ໂດຍແບ່ງອອກເປັນ 02 ຮູບແບບດ້ວຍກັນຄື: ແບບຝ່າຍດຽວ (GSP) ແລະ ແບບຕອບແທນກັນ ຫຼື ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ (FTA) ເຊິ່ງສາມາດບັນລຸໄດ້ປະມານ 1.328 ລ້ານກວ່າໂດລາ ກວມເອົາ 22,65% ຂອງມູນຄ່າການສົ່ງອອກທັງໝົດຂອງ ສປປ ລາວ ປະມານ 5.864 ລ້ານກວ່າໂດລາ. ຂະນະທີ່ ມູນຄ່າການນຳເຂົ້າ ພາຍໃຕ້ສິດທິພິເສດ ທາງການຄ້າແມ່ນປະມານ 665,92 ລ້ານໂດລາ ກວມເອົາ 11.60% ຂອງມູນຄ່າການນຳເຂົ້າ ທັງໝົດຂອງ ສປປ ລາວ ປະມານ 5.740 ລ້ານກວ່າໂດລາ.

Laos insight
ພາບ: laopost.com

ໃນ​ປີ 2019 ຜ່ານມາ ​ເມື່ອ​ສົມທຽບລະຫວ່າງ​ ສອງຮູບແບບການ​ສົ່ງ​ອອກ​ພາຍ​ໃຕ້​ສິດທິ​ພິ​ເສດ​ທາງ​ການ​ຄ້າ​ ເຫັນວ່າ ການສົ່ງອອກແບບຝ່າຍ​ດຽວ ມີ​ມູນຄ່າ​ພຽງ 327 ລ້ານກວ່າໂດ​ລາ​; ​ໃນ​ຂະນະ​ທີ່ການ​ສົ່ງ​ອອກ​ແບບ ​ຕອບ​ແທນ​ກັນ ມີ​ມູນ​ຄ່າ​ສູງ​ກວ່າ 1.000 ລ້ານໂດ​ລາ​. ການ​ສົ່ງ​ອອກ​ແບບ​ຕອບ​ແທນ​ກັນ ກວມ​ເອົາ​ອັດຕາ​ສ່ວນຫຼາຍ ຂອງ​ການ​ສົ່ງ​ອອກ​ພາຍ​ໃຕ້​ສິດທິ​ພິ​ເສດ​ທາງ​ການ​ຄ້າ ປະມານ 75,32%.​​ ສິດທິພິເສດທາງການຄ້າ ການນຳເຂົ້າ ແລະ ສົ່ງອອກ ສະຖິຕິປີ 2019 ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by James Consulting. Proudly created with Wix.com

bottom of page