top of page
Search

ແຜນປັບປຸງຄວາມສະດວກໃນການດໍາເນີນທຸລະກິດລະຫວ່າງປະເທດ

  • superseo001
  • Mar 18, 2020
  • 1 min read

Updated: Mar 20, 2020

ແຜນປັບປຸງ ຄວາມສະດວກໃນການດໍາເນີນທຸລະກິດ ການຄ້າລະຫວ່າງປະເທດ ຕາມຄໍາສັ່ງ ເລກທີ 02/ນຍ

ອີງຕາມ ບົດລາຍງານ ສະພາບຄວາມຍາກງ່າຍໃນການດໍາເນີນທຸລະກິດໃນ ສປປ ລາວ 2020 (Doing Business 2020) ໄດ້ສະແດງໃຫ້ເຫັນວ່າ ສປປ ລາວ ມີຄວາມຍາກງ່າຍທາງດ້ານ ການຄ້າລະຫວ່າງປະເທດ ແມ່ນຖືກຈັດຢູ່ໃນອັນດັບທີ່ 78 ໃນ 190 ປະເທດທົ່ວໂລກ. ເພື່ອເປັນການສືບຕໍ່ຈັດຕັ້ງປະຕິບັດຕາມ ຄໍາສັ່ງ ທ່ານ ນາຍົກລັດຖະມົນຕີ ວ່າດ້ວຍການປັບປຸງລະບຽບການ ແລະ ກົນໄກການປະສານງານໃນການດໍາເນີນທຸລະກິດໃນ ສປປ ລາວ ເລກທີ 02/ນຍ, ລົງວັນທີ 01 ກຸມພາ 2018, ກົມການນຳເຂົ້າ ແລະ ສົ່ງອອກ ໄດ້ປຶກສາຫາລື ແລະ ເປັນເອກະພາບກັບ ກົມກ່ຽວຂ້ອງ ຄື: ກົມພາສີ, ກົມຄຸ້ມຄອງບໍ່ແຮ່, ກົມອຸດສາຫະກໍາ ແລະ ກົມຂົນສົ່ງ ເພື່ອກຳນົດແຜນປັບປຸງຕົວຊີ້ວັດທີ 8 ການຄ້າລະຫວ່າງປະເທດ ແຕ່ນີ້ຮອດປີ 2022.


ຮູບ​ຈາກ: targetlaos.com

ການປັບປຸງສະພາບຄວາມຍາກງ່າຍໃນການດໍາເນີນທຸລະກິດ ໂດຍສະເພາະຕົວຊີ້ວັດທີ່ 8 ແມ່ນມີຈຸດປະສົງເພື່ອອໍານວຍຄວາມສະດວກທາງດ້ານການຄ້າ ໂດຍສ່ວນໃຫຍ່ແມ່ນຕິດພັນກັບຂັ້ນຂອດ-ຂັ້ນຕອນ ຂອງເອກະສານ ແລະ ການດຳເນີນການຢູ່ດ່ານພາສີຊາຍແດນ ເຊິ່ງຈະວັດລະດັບຄວາມຍາກງ່າຍຂອງການຄ້າລະຫວ່າງປະເທດ ທີ່ຕິດພັນກັບສາມຂອບເຂດຄື:

ຂອບເຂດທີ່ໜຶ່ງແມ່ນ ຄວາມຖືກຕ້ອງຂອງເອກະສານ ໝາຍເຖິງ ການຄຸ້ມຄອງການຂົນສົ່ງ, ການຮັບເອກະສານ, ການກະກຽມ ແລະ ການຍື່ນເອກະສານເພື່ອການຂົນສົ່ງ, ການເກັບກູ້, ການກວດກາ ທີ່ຢູ່ ທ່າເຮືອ ຫລື ເຂດຊາຍແດນ. ຂອບເຂດທີ່ສອງແມ່ນ ຄວາມສອດຄ່ອງກັບລະບຽບການດ້ານຊາຍແດນ ໝາຍເຖິງການກວດກາພາສີ ແລະ ການກວດກາໂດຍອົງການອື່ນໆ ເພື່ອຄຸ້ມຄອງ ແລະ ການກວດກາການຈັດຕັ້ງປະຕິບັດທີ່ເກີດຂື້ນຢູ່ທ່າເຮືອເສດຖະກິດ ຫລື ຊາຍແດນ.

ຂອບເຂດທີ່ສາມແມ່ນ ການຂົນສົ່ງພາຍໃນປະເທດ ແມ່ນໝາຍເຖິງການຍົກຍ້າຍ ຫລື ບໍ່ໄດ້ຍົກຍ້າຍສິນຄ້າ ທີ່ເກັບໃວ້ຢູ່ສາງ ຫລື ທ່າເຮືອ/ຊາຍແດນ ແລະ ຄວາມຫລ້າຊ້າໃນເວລາຂົນສົ່ງທາງບົກເນື່ອງຈາກ ການສັນຈອນທີ່ຕິດຂັດ ແລະ ການກວດກາຕາມເສັ້ນທາງຂອງ ຕຳຫຼວດຈາລະຈອນ.



ພາບປະກອບຈາກ ບົດລາຍງານ ສະພາບຄວາມຍາກງ່າຍໃນການດໍາເນີນທຸລະກິດໃນ ສປປ ລາວ 2020 (Doing Business 2020)

ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມ ກອງເລຂາຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ (ກຄອຄ) ໄດ້ເປັນເຈົ້າການ ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອກຳນົດແຜນການລະອຽດໃນການ ປັງປຸງນິຕິກຳ ແລະ ກິດຈະກຳບູລິມະສິດ ທີ່ຕິດພັນກັບຕົວຊີ້ວັດການຄ້າລະຫວ່າງປະເທດ ໃນບົດສຳຫຼວດຄວາມຍາກງ່າຍຂອງການດຳເນີນທຸລະກິດ (Ease of Doing Business / EDB) ຂອງທະນາຄານໂລກ ຄື: ການນຳເຂົ້າຊິ້ນສ່ວນຍານພາຫະນະເພື່ອມາປະກອບຢູ່ໂຮງງານ ແລະ ການສົ່ງອອກແຮ່ທາດ.  ເປົ້າໝາຍຂອງການຈັດຕັ້ງປະຕິບັດແຜນດັ່ງກ່າວແມ່ນ ໃຫ້ສາມາດບັນລຸຕາມເປົ້າໝາຍ ພາຍໃນປີ 2022 ກໍຄື ຫຼຸດຜ່ອນເວລາໃນການນຳເຂົ້າ-ສົ່ງອອກສິນຄ້າ ລົງ 50% ແລະ ຄ່າໃຊ້ຈ່າຍ ລົງ 30%.

ຕິດຕາມ​ການ​ເຄືອນ​ໄຫວ​ເຫດ​ການເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


©2020 by My Site. Proudly created with Wix.com

bottom of page