top of page
Search

ເຫຼົ້າ ໃນຄວາມໝາຍທາງວັດທະນະທຳ-ສັງຄົມຂອງຄົນລາວ

  • superseo001
  • Mar 18, 2020
  • 1 min read

Updated: Mar 20, 2020

ເຫຼົ້າ ໃນຄວາມໝາຍທາງວັດທະນະທຳ-ສັງຄົມຂອງຄົນລາວ. ເຫຼົ້າ ຫຼື ເອີ້ນກັນອີກຊື່ ໜຶ່ງວ່າ “ສຸລາ” ໝາຍເຖິງນໍ້າເມົາຊະນິດໜຶ່ງທີ່ຜະລິດດ້ວຍ ການໝັກດອງຈາກເຂົ້າ, ສາລີ ແລະໝາກໄມ້.

ດັ່ງທີ່ເຮົາມັກໄດ້ຍິນໄດ້ເຫັນຢູ່ ໃນງານ ພິທີກຳຕ່າງໆຂອງ ລາວເຮົາເຊັ່ນ: ພິທີການສູ່ຂວັນ, ການລ້ຽງຜີມັກມີ “ເຫຼົ້າແກ້ວໄຂ່ໜ່ວຍ” ຖ້າພິທີກຳໃຫຍ່ແດ່ກໍຈະເວົ້າວ່າ “ເຫຼົ້າໄຫ ໄກ່ໂຕ” ແລະ ອື່ນໆ.

ເຫຼົ້າທີ່ບໍ່ຕົ້ມ ກັ່ນເອີ້ນວ່າເຫຼົ້າສາໂທ, ເຫຼົ້າທີ່ຜ່ານການຕົ້ມກັ່ນອອກມາ ແລ້ວເອີ້ນວ່າ “ເຫຼົ້າເດັດ” ຫຼື ເຫຼົ້າຂາວ ເຊິ່ງມັນມີຄວາມ ໝາຍຕໍ່ວັດທະນະທຳ-ສັງຄົມລາວບໍ່ໜ້ອຍ ແລະ ມີຄວາມຜູກພັນກັບວິຖີຊີວິດຂອງຄົນລາວມາຕັ້ງແຕ່ດຶກດຳບັນ ຕິດພັນກັບພິທີກຳທາງຄວາມເຊື່ອຖື ແລະເປັນຮີດຄອງປະເພນີໜຶ່ງທີ່ຂາດບໍ່ໄດ້.

ຮຸບ​ຈາ​ກ: xadlaos.com

ເລື່ອງທ້າວຮຸ່ງ ທ້າວເຈືອງ ວັນນະຄະດີລາວບູຮານກໍມັກກ່າວເຖິງການກິນເຫຼົ້າໃນງານບຸນ, ພິທີກຳຕ່າງໆ ເຊິ່ງມັນໄດ້ຕິດ ແໜ້ນໃນຊີວິດປະຈຳວັນຂອງຄົນເຮົາເຊັ່ນ: ການວານແຂກລົງນາ ກໍມີການລ້ຽງເຫຼົ້າ, ການໂຫ່ເນື້ອສຳເລັດ, ການກິນດອງ, ງານສົ່ງສະ ການສະຫຼອງໄຊຊະນະ ແລະ ງານ, ປະເພນີຕ່າງໆ ລ້ວນແຕ່ມີການກິນເຫຼົ້າຢ່າງມ່ວນຊື່ນລື່ນເລີງ ແລະ ຖ້າກ່າວເຖິງເຫຼົ້າແລ້ວ ກໍບໍ່ພຽງແຕ່ຢູ່ປະເທດເຮົາເທົ່ານັ້ນ ເຊິ່ງປະເທດອື່ນໆໃນທົ່ວໂລກຕ່າງກໍມີການດື່ມເຫຼົ້າ, ດື່ມເບຍມາ ແຕ່ດຶກດຳບັນເຊັ່ນກັນ ຍັງມີປຶ້ມຂຽນ ແລະ ເອກະສານ ຕ່າງໆຍັງໄດ້ກ່າວເຖິງຄວາມສຳຄັນ ແລະ ສັບພະຄຸນຂອງເຫຼົ້າວ່າ: “ນໍ້າອັນນີ້ເອີ້ນ ນໍ້າກ້ານໍ້າຫານ ໃຜຈັດທຳການມຸງຄຸນ ຫາກເອົາຍັງນໍ້າເຫຼົ້າ ນັບແຕ່ເພິ່ນຫຼໍ່ພະເຈົ້າຍັງເອົາໄປເຮັດຄາຍພິດສະນຸ ຫວິດໄປຮອດຜີພູ ຜີແຖນ ແລະ ຜີຟ້າ ຊາວ ເມືອງພະມ້າຍັງເອົາໄປຂຶ້ນຜີທຳ ມະດານໍ້າອັນນີ້ມີມາສຳລັບ ໂລກ ໃຜໄດ້ກິນກໍຫາຍໂສກ ຫາຍໂລກໂພຍໄພ ຜູ້ຂີ້ໄຮ້ໄດ້ ກິນກໍກ່າວຄວາມຮັ່ງຄວາມມີ ດີກວ່າພໍ່ກວ່າແມ່ ດີກວ່າຜີດໍ້າຜີດວງ …”

ຮຸບ​ຈາ​ກ: xadlaos.com

ນອກຈາກນີ້ເຫຼົ້າຍັງ ເປັນເຄື່ອງມືສື່ສານສາຍສຳພັນບາງຄົນຮູ້ຈັກນິດໄສໃຈ ຄໍສະໜິດສະ ໜົມກັນ, ໄດ້ສ່ຽວຮັກສ່ຽວແພງເວົ້າຖືກ ຄໍກັນກໍຍ້ອນການຮ່ວມວົງເຫຼົ້າອີກດ້ວຍ. ແຕ່ເຖິງຢ່າງໃດ ກໍດີການດື່ມເຫຼົ້າ ຫຼື ສຸລາ ຍັງຖືວ່າເປັນສິ່ງທີ່ໃຫ້ໂທດສຳລັບຜູ້ທີ່ດື່ມຈົນເກີນຄວາມພໍດີ, ດື່ມໃຫ້ມຶນເມົາ ຈົນເກີດຄວາມປະໝາດຂາດສະຕິ ແລ້ວກໍ່ເຫດອາລະວາດ, ຂີ່ລົດໄວ ເຊິ່ງເປັນໄປໃນທາງປາກົດການຫຍໍ້ທໍ້ຕໍ່ສັງຄົມ ແລະ ຍັງເປັນການລະເມີດລະບຽບກົດໝາຍບ້ານເມືອງ, ຜິດຕໍ່ເຈດຈຳນົງຮີດຄອງປະເພນີ ອັນດີງາມຂອງເຖົ້າແກ່ບູຮານທີ່ນັບຖືນໍ້າເຫຼົ້າເປັນໜຶ່ງ ໃນວັດທະນະທຳການກິນດື່ມສັງສັນ ທີ່ຂາດບໍ່ໄດ້ຂອງສັງຄົມລາວເຮົາ.

ຕິດຕາມ​ການ​ເຄືອນ​ໄຫວ​ເຫດ​ການເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


©2020 by My Site. Proudly created with Wix.com

bottom of page