top of page
Search

ອະທິບາຍຄຳວ່າ “ແມ່ຍິງ-ຜູ້ຍິງ” ໃນ​ພາ​ສາ​ລາວ​ໂດຍ​ຫຍໍ້

  • superseo001
  • Mar 17, 2020
  • 1 min read

Updated: Mar 20, 2020

ອະທິບາຍຄຳວ່າ “ແມ່ຍິງ-ຜູ້ຍິງ” ໃນ​ພາ​ສາ​ລາວ​ໂດຍ​ຫຍໍ້ໃນຄວາມໝາຍຄຳວ່າ “ຍິງ” ທີ່ເປັນຄຳນາມ ໝາຍເຖິງເພດທີ່ມີອະໄວຍະວະສືບພັນ, ມີໂຄງສ້າງທາງກາຍຕ່າງກັບເພດຊາຍ ເອີ້ນວ່າ ເພດຍິງ ຫຼື ເພດແມ່. ເມື່ອເວລາເວົ້າກໍມັກນິຍົມເວົ້າວ່າ “ແມ່ຍິງ” ແລະ “ຜູ້ຍິງ” ຈຶ່ງເຮັດໃຫ້ຫຼາຍຄົນສັບສົນວ່າຄຳໃດຖືກ.


#ຜູ້ຍິງ ແມ່ນປະກອບຈາກ ຄຳວ່າ “ຜູ້” ແລະ “ຍິງ” ຄຳວ່າ “ຜູ້” ແມ່ນຄຳແທນນາມທີ່ໃຊ້ຮຽງໄວ້ກັບນາມ ເຊັ່ນ ຜູ້ເຖົ້າ, ຜູ້ແກ່, ຜູ້ນັ້ນ, ຜູ້ນີ້, ຜູ້ຍິງ, ຜູ້ຊາຍ…

ຄຳວ່າ “ຜູ້ຍິງ” ຈຶ່ງໝາຍເຖິງຄຳແທນນາມບອກນາມ ໂດຍເຈາະຈົງເຖິງເພດຍິງ.

“ຜູ້ຍິງ” ໃຊ້ເປັນການເວົ້າໃນຖານະແທນນາມ, ການນຳໃຊ້ມີລັກສະແຄບກວ່າຄຳວ່າ “ແມ່ຍິງ” ເຊັ່ນ ຜູ້ຍິງຄົນນັ້ນ, ຜູ້ຍິງທີ່ໜ້າຮັກ, ເດັກນ້ອຍຜູ້ຍິງ, ຂ້ອຍໄດ້ລູກຜູ້ຍິງ, ຜູ້ຍິງ-ຜູ້ຊາຍ, ຜູ້ຍິງ…

ໃນການນຳໃຊ້ໂດຍທົ່ວໄປ ເຖິງແມ່ນວ່າ “ແມ່ຍິງ” ຈະໃຊ້ໄດ້ທົ່ວເຖິງ ທຸກສະຖານະການກໍຕາມ ແຕ່ຄົນມັກເວົ້າວ່າ “ຜູ້ຍິງ” ຫຼາຍກວ່າ ແລະຖີ່ກວ່າ.

ຖ້າທຽບໃສ່ພາສາໄທ ຄຳວ່າ “ຜູ້ຍິງ” ຖືວ່າໃຊ້ກວ້າງ ແລະກວມທຸກຂົງເຂດ ແຕ່ພາສາໄທຈະບໍ່ໃຊ້ຄຳວ່າ “ແມ່ຍິງ” (แม่หญิง).

#ແມ່ຍິງ ປະກອບຈາກສອງຄຳຄື “ແມ່” ແລະ “ຍິງ” ຄຳວ່າ “ແມ່” ໃນທີ່ນີ້ໝາຍເຖິງຖານະນາມທີ່ເປັນເພດຍິງ ເມື່ອມາປະກອບຢູ່ຂ້າງໜ້າ ຈຶ່ງເປັນການຢໍ້າໃຫ້ຄຳວ່າ “ຍິງ” ເປັນຖານະທີ່ບົ່ງບອກວ່າຄວາມເປັນຍິງ ແລະເປັນທາງການຍິ່ງຂຶ້ນ.

ຄຳວ່າ “ແມ່ຍິງ” ເປັນຄຳທີ່ຖືກໃຊ້ທາງການທີ່ເອີ້ນເພດຍິງ ແລະໃຊ້ກັບທຸກສະຖານະການເຊັ່ນ ຂ້ອຍເປັນແມ່ຍິງຄົນໜຶ່ງ, ສະຫະພັນແມ່ຍິງ, ສົມກັບເປັນແມ່ຍິງ, ແມ່ຍິງລາວ, ວັນແມ່ຍິງ, ແມ່ຍິງຄົນເກັ່ງ…

ດັ່ງນັ້ນ, ຈຶ່ງສະຫຼຸບວ່າ “ຜູ້ຍິງ” ແລະ “ແມ່ຍິງ” ມີຄວາມໝາຍດຽວກັນ ແຕ່ “ແມ່ຍິງ” ເປັນຄຳທາງການກວ່າ ແລະຜູ້ຍິງ ໃຊ້ເວົ້າຖີ່ກວ່າ.

ຕິດຕາມ​ການ​ເຄືອນ​ໄຫວ​ເຫດ​ການເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


©2020 by My Site. Proudly created with Wix.com

bottom of page