ສປປ ລາວ ພົບກໍລະນີສົງໃສ ຕິດເຊື້ອໂຄວິດ-19 ຈຳນວນ 53 ຄົນ
- superseo001
- Mar 18, 2020
- 1 min read
Updated: Mar 20, 2020
ໃນຕອນເຊົ້າມື້ນີ້ ວັນທີ 6 ມີນາ 2020, ທີ່ສຳນັກງານນາຍົກລັດຖະມົນຕີ ນະຄອນຫຼວງວຽງຈັນ, ໄດ້ຈັດກອງປະຊຸມຮັບຟັງການລາຍງານ ສະພາບການລະບາດ ແລະມາດຕະການໃນການປ້ອງກັນ ແລະຄວບຄຸມພະຍາດ ອັກເສບປອດ ຈາກເຊື້ອຈຸລະໂລກ ໂຄໂລນາສາຍພັນໃໝ່ ຫລື COVID -19.
ສະເພາຢູ່ ສປປ ລາວ ຜ່ານມາ ໄດ້ພົບກໍລະນີສົງໄສທັງໝົດ 53 ກໍລະນີ ແລະ ໄດ້ເອົາຕົວຢ່າງໄປກວດຊອກຫາເຊື້ອພະຍາດຢູ່ຫ້ອງວິເຄາະ ແຕ່ບໍ່ພົບຕິດພະຍາດ COVID -19. ເຖິງຢ່າງໃດກໍ່ຕາມ ,ເພື່ອປ້ອງກັນບໍ່ໃຫ້ເກີດມີກໍລະນີຜູ້ປັນພະຍາດ ແລະ ລະບາດຢູ່ປະເທດລາວເຮົາ, ພາຍໃຕ້ການຊີ້ນໍາຂອງລັດຖະບານ, ກະຊວງສາທາລະນະສຸກ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ດໍາເນີນມາດຕະການ ກະກຽມຄວາມພ້ອມໃນການຕອບໂຕ້ ຕໍ່ການລະບາດພະຍາດດັ່ງກ່າວ.
ພະຍາດ COVID -19 ເກີດຂຶ້ນຢູ່ ສປ ຈີນ ແລະ ມີການລາຍງານຈາກຄະນະກໍາມະການຮັກສາສຸຂະພາບຂອງ ສປ ຈີນ ຢ່າງເປັນທາງການ ໃນວັນທີ 7 ທັນວາ 2019. ພະຍາດດັ່ງກ່າວໄດ້ລະບາດຢ່າງໄວວາ ແລະ ແຜ່ລາມເປັນວົງກວ້າງໄປທົ່ວປະເທດຈີນ
ແລະ ມາຮອດປະຈຸບັນ ກໍ່ມີການລະບາດຢູ່ຫລາຍປະເທດ, ຮອດເວລາ 6 ໂມງເຊົ້າວັນທີ 4 ມິນາ 2020, ທົ່ວໂລກມີກໍລະນີຢັ້ງຢືນຜູ້ຕິດເຊື້ອພະຍາດ COVID -19 ແລ້ວຈໍານວນ 95.308 ກໍລະນີ, ເສຍຊີວິດ 3.285 ກໍລະນີ, ໃນນັ້ນຫລາຍກວ່າໝູ່ແມ່ນຢູ່ ສປ ຈີນ 80.409 ກໍລະນີ, ເສຍຊີວິດ 3.012 ກໍລະນີ.
ວຽກງານປ້ອງກັນການຕິດເຊື້ອ ແລະ ຄຸ້ມຄອງກໍລະນີ, ການປະເມີນຄວາມພ້ອມຂອງໂຮງໝໍທົ່ວປະເທດລວມທັງ ໂຮງໝໍເອກະຊົນ, ຈັດອົບຮົມຄວາມກຽມພ້ອມໃຫ້ແພດໝໍ ແລະ ພະຍາບານໃນທົ່ວປະເທດກ່ຽວກັບການຄຸ້ມຄອງກໍລະນີ ແລະ ການປ້ອງກັນການຕິດເຊື້ອ ພ້ອມທັງປະກອບອຸປະກອນການແພດທີ່ຈຳເປັນຕ່າງໆ ເຊັ່ນ ຊຸດ PPE, ຜ້າອັດປາກ-ດັງ, ຈັດຕຽມຫ້ອງແຍກປ່ຽວກໍລະນີມີຄົນເຈັບທີ່ສົງໄສຕິດເຊື້ອ,
ສ້າງລະບົບກັ່ນກອງຄົນເຈັບເພື່ອແຍກກວດຕ່າງຫາກ, ສະໜອງເຄື່ອງປ້ອງກັນການຕິດເຊື້ອ ແລະ ອຸປະກອນທີ່ຈຳເປັນສຳລັບຫ້ອງແຍກປ່ຽວ, ຢູ່ບັນດາໂຮງໝໍແຂວງ ແລະ ບາງເມືອງທີ່ມີຊາຍແດນຕິດກັບປະເທດໃກ້ຄຽງ, ກະກຽມຫ້ອງແຍກປ່ຽວເພື່ອຮັບຮອງຄົນເຈັບທີ່ສົງໄສ, ຢູ່ຂັ້ນສູນກາງມີໂຮງໝໍມິດຕະພາບ, ໂຮງໝໍເສດຖາ, ໂຮງໝໍມະໂຫສົດ ແລະ ໂຮງໝໍ 103 ເປັນໂຮງໝໍຮອງຮັບຄົນເຈັບ ເພື່ອເຝົ້າລະວັງ ແລະ ຕິດຕາມ,
ສຳລັບຢູ່ຂັ້ນແຂວງແມ່ນໂຮງໝໍແຂວງທຸກແຂວງ ແລະ ບາງໂຮງໝໍເມືອງທີ່ຢູ່ໃກ້ດ່ານກວດຄົນເຂົ້າເມືອງ, ສຳລັບການປີ່ນປົວຢູ່ຂັ້ນສູນກາງແມ່ນກຳນົດໂຮງໝໍ ມິດຕະພາບເປັນບ່ອນປິ່ນປົວ ຫາກມີກໍລະນີຕິດເຊື້ອ ແລະ ຢູ່ຂັ້ນແຂວງ ແມ່ນແນໃສ່ແຂວງທີ່ມີຄວາມສ່ຽງຫຼາຍເຊັ່ນ ໂຮງໝໍແຂວງຫຼວງນໍ້າທາ ແລະ ຫຼວງພະບາງ. ສຳລັບແຂວງອື່ນໆກໍ່ໃຫ້ສືບຕໍ່ກຽມພ້ອມ, ການຈັດກຽມລົດນຳສົ່ງຄົນເຈັບເພື່ອຮັບຄົນເຈັບກໍລະນີສົງໄສ ຫາໂຮງໝໍມິດຕະພາບ.
ປະຈຸບັນ ພວກເຮົາມີເຄື່ອງກວດວິເຄາະຢັ້ງຢືນພະຍາດ COVID -19 ຈໍານວນ 14 ເຄື່ອງ, ຕິດຕັ້ງກ້ອງວັດອຸ່ນຫະພູມຮ່າງກາຍ 8ເຄື່ອງ, ເຄື່ອງຊ່ວຍຫາຍໃຈ 20ເຄື່ອງ, ແລະ ຊຸດປ້ອງກັນພະຍາດ ຈໍານວນ 4.680ຊຸດ.
ຕິດຕາມການເຄືອນໄຫວເຫດການເລື່ອງທຸລະກິດ ແລະ ເຫດການຕ່າງໆທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments