ວັດເມືອງກາງ ວັດເກົ່າແກ່ທີ່ສຸດໃນເມືອງຈຳປາສັກ
- superseo001
- Mar 20, 2020
- 1 min read
Updated: Mar 20, 2020
ວັດເມືອງກາງ ວັດເກົ່າແກ່ທີ່ສຸດໃນເມືອງຈຳປາສັກ ຄວາມງາມຈາກສວ່ນປະສົມຂອງສິລະປະຕາເວັນອອກສຽງໃຕ້ ແລະ ຕາເວັກຕົກ
ອາຄານ ຫໍໄຕປິດົກ ວັດເມືອງກາງ Wat Muang Kang ຫຼື ເອີ້ນອີກຊື່ໜື່ງວ່າ ວັດພຸດທະວັນນາຣາມ ເປັນວັດທີ່ເກົ່າແກ່ທີ່ສຸດຢູ່ໃນ ເມືອງຈຳປາສັກ ແຂວງຈຳປາສັກ ສ້າງຂື້ນໃນສັດຕະວັດທີ 19, ວັດທີ່ສຳຄັນ ແລະ ໜ້າປະທັບໃຈແຫ່ງນີ້ ເປັນສັນນາລັກແຫ່ງຄວາມຈະເລີນຮຸ່ງເຮືອງທາງພຸດທະສາດສະໜາຂອງດິນແດນແຫ່ງນີ້ປະກອບມີອາຄານ 5 ຫຼັງ ເຊິ່ງເປັນຮູບແບບສິລະປະ ປະສົມປະສານລະຫວ່າງ ຮູບແບບຕາເວັນຕົກ ປະສົມຫວຽດນາມ, ລາວ, ສະຫຍາມ ແບບດັ່ງເດີມ ທີ່ມີເອກະລັກສະເພາະ ແລະ ໄດ້ຮັບອິດທິພົນຈາກສ ສະຖາປັດຕະຍະກຳສະຫຍາມ ແລະ ຂອມ. ວັດແຫ່ງນີ້ຕັ້ງຢູ່ ລຽບໄປຕາມແຄບຝັ່ງ ແມ່ນໍ້າຂອງ.
ອາຄານ ກຸດຕິ ເຮັດດ້ວຍໄມ້ເນື້ອແຂງ ວັດພຸດທະວັນນາຣາມ (ວັດເມືອງກາງ) ໄດ້ຮັບການກໍ່ຕັ້ງຂຶ້ນມາໄດ້ປະມານ 500 ກວ່າປີ, ໃນປີ ພສ 2042 “ຄສ 1499” ເປັນວັດທີ່ມີຄວາມຮຸ່ງເຮືອງ ສີວິໄລມາແຕ່ບູຮານ, ເປັນສູນກາງທາງດ້ານພຸດທະສາສະໜາໃນສະໄໝກ່ອນ, ເປັນບ່ອນສຶກສາຄົ້ນຄວ້າ-ຮໍ່າຮຽນຂອງ ພຣະສົງສຳມະເນນ, ສິດສານຸສິດ, ອອກຕົນຍາດໂຍມ. ຫໍພະໄຕປີດົກ ເປັນບ່ອນຢັ້ງຢືນ ແລະ ເປັນຫຼັກຖານສຳຄັນ ທີ່ສະແດງເຖິງການເປັນສູນກາງການຮຽນຮູ້ຕ່າງໆ ໃນທາງທຳ ແລະ ທາງໂລກ, ພາຍຫລັງທີ່ວັດພູຈຳປາສັກ ແລະ ພື້ນທີ່ອ້ອມຮອບ ໄດ້ຮັບການຈົດທະບຽນເຂົ້າປັນມໍລະດົກໂລກ ໂດຍອົງການ ອຸຍແນສໂກ, ວັດດັ່ງກ່າວ ກໍ່ໄດ້ກາຍເປັນສ່ວນໜຶ່ງຂອງອົງປະກອບທາງມໍລະດົກ.
ອາຄານ ກຸດຕິ ທີ່ສ້າງໂດຍນຳໃຊ້ເຕັກນິກພື້ນເມືອງ ໂດຍໃຊ້ຝາກະແຕະໄມ້ໄຜ່ ໂດຍມີການໃຊ້ດິນປະສົມກັບຂີ້ງົວອັດຫຸ້ມ.
ອາຄານ ຫໍແຈກ ມາຮອດປະຈຸບັນນີ້ ອາຄານດັ່ງກ່າວໄດ້ຊຸດໂຊມໄປຕາມການເວລາ, ບາງຫຼັງກໍ່ບໍ່ສາມາດນຳໃຊ້ໃນກິດຈະວັດທາງສົງກໍ່ຄືທາງໂລກໄດ້, ດັ່ງນັ້ນ ໃນວັນທີ 1 ທັນວາ 2018 ອຳນາດການປົກຄອງເມືອງ, ປະທານ ອພສ ແຂວງ, ອພສ ເມືອງ, ເຈົ້າອະທິການວັດ, ອຳນາດການປົກຄອງບ້ານຕະຫລອດຮອດພໍ່ແມ່ປະຊາຊົນ, ຜູ້ປະກອບການທຸລະກິດ, ຜູ້ເປັນລູກຫລານພາຍໃນບ້ານ ເປີດກອງປະຊຸມເພື່ອປຶກສາຫາລື ເພື່ອເປີດໂຄງການບູລະນະປະຕິສັງຂອນ ວັດແຫ່ງນີ້ ໃຫ້ຄົງຢູ່ເປັນມໍລະດົກຂອງທ້ອງຖິ່ນ ກໍຄືຂອງຊາດ ໃຫ້ຄຽງຄູ່ກັບພະພຸດທະສາສະໜາ ແລະ ບ້ານເມືອງສືບຕໍ່ໄປ. ນະໂອກາດນີ້ຂໍເຊີນຊວນທຸກທ່ານຜູ້ທີ່ມີຈິດໃຈໃສສັດທາຢາກຮ່ວມທືນຮອນເພື່ອປະຕິສັງຂອນວັດດັ່ງກວ່າດ້ວຍ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Kommentare