top of page
Search

ລາວຕິດອັນດັບ 8 ຂອງໂລກປະເທດທີ່ມີເນື້ອທີ່ປ່າປົກຫຸ້ມຫຼາຍທີ່ສຸດ

  • superseo001
  • Mar 18, 2020
  • 1 min read

Updated: Mar 20, 2020

World Atlas ເຜີຍແຜ່ຂໍ້ມູນປະເທດທີ່ມີປ່າໄມ້ປົກຫຸ້ມຫຼາຍທີ່ສຸດໃນໂລກ, ລາວ ຕິດອັນດັບ 8 ມີພື້ນທີ່ປ່າໄມ້ກວມເອົາ 79.65% ຂອງເນື້ອທີ່ທັງໝົດ. ຂໍ້ມູນດັ່ງກ່າວອັບເດດຫຼ້າສຸດເມື່ອວັນທີ 5 ມິຖຸນາ 2019 ທີ່ຜ່ານມາ ໂດຍອີງໃສ່ໂຕເລກຈາກ World Bank ເຊິ່ງໃນການຈັດອັນດັບຂອງ World Atlas ມີທັງໝົດ 25 ປະເທດ ແລະ ປະເທດທີ່ມີເນື້ອທີ່ປ່າໄມ້ຫຼາຍທີ່ສຸດແມ່ນ ຊູຣີນາເມ ເຊິ່ງຫຼາຍເຖິງ 98.33% ຂອງປະເທດ. ທັງນີ້ ລາວເປັນໜຶ່ງໃນ 3 ປະເທດຂອງອາຊຽນທີ່ຕິດໃນການຈັດອັນດັບດັ່ງກ່າວ ໂດຍອີກ 2 ປະເທດປະກອບດ້ວຍ ມາເລເຊຍ ແລະ ບຣູໄນ.

ພາບ: PXHere

ລາວເປັນອັນດັບ 1 ຂອງອາຊຽນ ປະເທດທີ່ມີປ່າໄມ້ປົກຫຸ້ມຫຼາຍທີ່ສຸດ

ຈາກໂຕເລກການຈັດອັນດັບເຫັນໄດ້ຢ່າງຊັດເຈນວ່າ 3 ອັນດັບທຳອິດມີອັດຕາສ່ວນເນື້ອທີ່ປ່າສູງຫຼາຍ ເຊິ່ງຂໍ້ມູນລະບຸວ່າ ສາເຫດແມ່ນຍ້ອນປະເທດເຫຼົ່ານີ້ມີເນື້ອທີ່ ແລະ ປະຊາກອນໜ້ອຍ. ຂະນະດຽວກັນເນື້ອທີ່ສ່ວນໃຫຍ່ຂອງປະເທດກໍເປັນພູສູງ ເຮັດໃຫ້ປະຊາຊົນສ່ວນໃຫຍ່ອາໄສຢູ່ແຕ່ໃນເຂດທົ່ງພຽງ ເຊິ່ງສາມາດໄປມາສະດວກກວ່າ. ພ້ອມນີ້ ພື້ນທີ່ປ່າກໍຍັງບໍ່ຖືກຮຸກຮານຫຼາຍ ເນື່ອງຈາກກິດຈະກຳຂອງມະນຸດຖືກຈຳກັດ ໂດຍໃນປະເທດເຫຼົ່ານີ້ລ້ວນແລ້ວແຕ່ບໍ່ມີເສດຖະກິດທີ່ອີງໃສ່ອຸດສາຫະກຳ ເຮັດໃຫ້ພື້ນທີ່ດິນຖືກທຳລາຍໜ້ອຍ.

ຕິດຕາມ​ການ​ເຄືອນ​ໄຫວ​ເຫດ​ການເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


©2020 by My Site. Proudly created with Wix.com

bottom of page