ພະລັງງານ ແລະບໍ່ແຮ່ ປະກອບສ່ວນພັນທະຕໍ່ງົບປະມານ 15.566 ຕື້ກວ່າກີບ
- superseo001
- Mar 20, 2020
- 1 min read
Updated: Mar 20, 2020
ກອງປະຊຸມເປີດກວ້າງ ສະຫຼຸບຕີລາຄາ ຖອດຖອນບົດຮຽນ ການຈັດຕັ້ງປະຕິບັດແຜນວຽກພັດທະນາພະລັງງານ ແລະ ບໍ່ແຮ່ 5 ປີ ຄັ້ງທີ VIII(2016-2020) ແລະ ຄາດຄະເນແຜນພະລັງງານ ແລະ ບໍ່ແຮ່ 5 ປີ ຄັ້ງທີ IX (2021-2025) ຈັດຂຶ້ນວັນທີ 4-5 ກຸມພາ 2020ຢູ່ຫໍປະຊຸມແຫ່ງຊາດ ໂດຍເປັນປະທານຂອງທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ມີຜູ້ຕາງໜ້າບັນດາກະຊວງ ຫ້ອງການ ອົງການ ພະແນກການຈາກສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ສຸມໃສ່ຄົ້ນຄວ້າ ປະກອບຄຳເຫັນ ແລະ ປຶກສາຫາລືເນື້ອໃນວຽກງານສຳຄັນ ເຊັ່ນ: ສະຫຼຸບສະພາບການຈັດຕັ້ງປະຕິບັດແຜນພັດທະນາວຽກງານ ພບ 5 ປີ ຄັ້ງທີ VIII (2016-2020) ແລະ ຄາດຄະເນແຜນພັດທະນາວຽກງານ ພບ 5 ປີຄັ້ງທີ IX (2020-2025) ສະພາບການລົງທຶນຂອງພາກລັດ ແລະ ພາກເອກະຊົນໃນຂະແໜງ ພບ ແລະ ສິ່ງທ້າທາຍໃນຕະຫຼາດສົ່ງອອກພະລັງງານຂອງ ສປປ ລາວ ປະກອບຄຳເຫັນໃສ່ການປັບປຸງໂຄງສ້າງລາຄາໄຟຟ້າໃນໄລຍະໃໝ່ ກຳນົດແຜນພັດທະນາວຽກງານ ພບ ແບບເຊື່ອມສານ ກຳນົດແຜນພະລັງງານ ປຶກສາຫາລືກ່ຽວກັບຫົວໜ່ວຍລາຄາກາງການກໍ່ສ້າງລະບົບສາຍສົ່ງຕາຂ່າຍ ແລະ ໝໍ້ແປງ ສິ່ງທ້າທາຍໃນການພັດທະນາພະລັງງານທົດແທນ ການກວດສອບ ແລະ ກວດກາຄວາມປອດໄພຂອງເຂື່ອນໄຟຟ້າໃນໄລຍະຜ່ານມາ.
ຄາດວ່າຈະສົ່ງອອກຕື່ມອີກ 2 ໂຄງ ການໃນປີນີ້ ຄື:
ໂຄງການນ້ຳເທີນ1 (520 ເມກາວັດ) ແລະ ໂຄງການນ້ຳງື່ມ3 (480 ເມກາວັດ) ນອກນີ້ ຍັງຈະສືບຕໍ່ເຈລະຈາຊື້-ຂາຍໄຟຟ້າແບບລັດຖະບານຕໍ່ລັດຖະບານ ແຕ່ປີ 2020-2030 ໃຫ້ໄດ້ຄົບ 9.000 ເມກາວັດ ຂາຍໃຫ້ປະເທດຫວຽດນາມ 570 ເມກາວັດ ປະກອບມີໂຄງການເຂື່ອນໄຟຟ້າເຊຂະໝານ1 ແລະ ເຊຂະໝານ3 ແລະ ວັນທີ 4 ມັງກອນ ຜ່ານມາ ກໍໄດ້ລົງນາມສັນຍາຊື້-ຂາຍຕື່ມອີກ 5 ໂຄງການ ຄື:
ນ້ຳກົງ2 ນ້ຳກົງ3 ນ້ຳອີມູນ ນ້ຳຊັນ 3A ແລະ 3B ກຳລັງຕິດຕັ້ງ 363 ເມກາວັດ ໂດຍແຜນການຊື້-ຂາຍພະລັງງານໄຟຟ້າກັບຫວຽດນາມຮອດປີ 2020 ໃຫ້ໄດ້ 1.000 ເມກາວັດ ປີ 2025 ໃຫ້ໄດ້ 3.000 ເມກາວັດ ປີ 2030 ໃຫ້ໄດ້ 5.000 ເມກາວັດ ຂາຍໃຫ້ປະເທດມຽນມາ ຜ່ານສາຍສົ່ງ 22 kv ຈຳນວນ 10 ເມກາວັດ ປີ 2020 ຈະສົ່ງເພີ່ມອີກ 20 ເມກາວັດ ປີ 2023 ໃຫ້ໄດ້ 100 ເມກາວັດ ແລະ ຮອດປີ 2025 ໃຫ້ໄດ້ 300 ເມກາວັດ
ສປປ ລາວ ປະເທດທຳອິດທີ່ໄດ້ຂາຍໄຟຟ້າແບບເຊື່ອມໂຍງໃນກຸ່ມປະເທດອາຊຽນ ຫຼື ການເຊື່ອມໂຍງກັບພາກພື້ນ ໃນນີ້ ໄດ້ສົ່ງອອກໄປປະເທດມາເລເຊຍແລ້ວ 100 ເມກາວັດ ໂດຍຜ່ານປະເທດໄທ ແລະ ປີນີ້ຈະສົ່ງໃຫ້ໄດ້ 300 ເມກາວັດ ພ້ອມນີ້ກໍສືບຕໍ່ເຈລະຈາຊື້-ຂາຍ ແລະ ເຊື່ອມໂຍງໄປຮອດປະເທດສິງກະໂປ.
ເວົ້າລວມແລ້ວການພັດທະນາວຽກງານ ພບ ໃນໄລຍະຜ່ານມາ ສາມາດເຮັດໄດ້ຖືກຕ້ອງຕາມທິດທາງ ແຜນນະໂຍບາຍປ່ຽນແປງໃໝ່ຂອງພັກ ແລະ ກົດໝາຍຂອງລັດ 5 ປີຜ່ານມາ ຂະແໜງ ພບ ໄດ້ປະກອບສ່ວນພັນທະຕໍ່ງົບປະມານລັດຖະບານ 1.754 ລ້ານໂດລາສະຫະລັດ ຫຼື ປະມານ 15.566,43 ຕື້ກີບ
ໃນນີ້ ຈາກຂະແໜງການພະລັງງານ 1.020 ລ້ານໂດລາສະຫະລັດ ແລະ ຈາກຂະແໜງການບໍ່ແຮ່ 734 ລ້ານໂດລາສະຫະລັດ ເຊິ່ງໄດ້ປະກອບສ່ວນຕໍ່ລວມຍອດຜະລິດຕະພັນພາຍໃນ ປະມານ 16% ແລະ ກາຍເປັນຜູ້ເຮັດພາລະບົດບາດສຳຄັນທີ່ສຸດຂະແໜງການໜຶ່ງ ໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.
ຕິດຕາມການເຄືອນໄຫວເຫດການເລື່ອງທຸລະກິດ ແລະ ເຫດການຕ່າງໆທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
留言