ຍທຂ ເນັ້ນໃຫ້ໂຄງການກໍ່ສ້າງປະຕູນໍ້າເຄັມ ປັບປຸງ 5 ໜ້າວຽກ
- superseo001
- Mar 20, 2020
- 1 min read
Updated: Mar 20, 2020
ພາຍຫຼັງອຸບັດເຫດຮ້າຍແຮງທີ່ເກີດຂຶ້ນຢູ່ເຂດໂຄງການກໍ່ສ້າງປະຕູນໍ້າເຄັມ ເຮັດໃຫ້ປະຊາຊົນ ແລະ ຜູ້ໃຊ້ ລົດໃຊ້ຖະໜົນຮຽກຮ້ອງ ໃຫ້ພາກສ່ວນກ່ຽວຂ້ອງລົງກວດກາຂອງລະບົບຄວາມປອດໄພໂຄງການດັ່ງກ່າວ.
ອີງຕາມຂໍ້ມູນຕົວຈິງທີ່ທາງວິຊາການດ້ານ ຄວາມປອດໄພທາງຖະໜົນທີ່ໄດ້ລົງໄປເກັບກຳຂໍ້ມູນທີ່ຈຸດເກີດເຫດ ເຫັນວ່າ: ອົງປະກອບຂອງຄວາມປອດໄພທາງຖະໜົນຈຳນວນໜຶ່ງບໍ່ໄດ້ມາດຕະຖານ, ແນມເຫັນບໍ່ຊັດເຈນ, ເສັ້ນທາງຂຶ້ນລົງຊັນເກີນໄປ, ໜ້າທາງແຄບ ຖ້າທຽບໃສ່ທາງໂຄ້ງແລ້ວມີຄວາມກວ້າງພຽງແຕ່ 3 ແມັດກວ່າເທົ່ານັ້ນ, ຈຸດທີ່ເຂົ້າມາຫາບ່ອນກໍ່ສ້າງບໍ່ໄດ້ຕິດຕັ້ງສິ່ງກີດຂວາງ ແລະ ເຄື່ອງສະທ້ອນແສງໃສ່. ນອກຈາກນີ້, ເຄື່ອງເຕືອນໄພທີ່ມີຜ່ານມາແມ່ນມີແຕ່ປ້າຍວາຍນີວ ເຊິ່ງມັນບໍ່ຮັບປະກັນ ຄວາມປອດໄພ.
ຫຼ້າສຸດໜ່ວຍງານຄຸ້ມຄອງ ຄວາມປອດໄພທາງຖະໜົນ ຂະແໜງຂົນສົ່ງ ພະແນກໂຍທາທິການ ແລະ ຂົນສົ່ງ ( ຍທຂ ) ນະຄອນຫຼວງວຽງຈັນ ຮ່ວມກັບ ເຈົ້າຂອງໂຄງການລົງກວດກາຕົວຈິງ ແລະ ພົບວ່າລະບົບຄວາມປອດໄພບໍ່ໄດ້ມາດຕະຖານ. ດັ່ງນັ້ນ, ຈຶ່ງໄດ້ເຮັດບົດບັນທຶກຮ່ວມກັບຜູ້ຮັບເໝົາ ໂດຍເນັ້ນໃຫ້ປັບປຸງ 5 ໜ້າວຽກສຳຄັນໃຫ້ສຳເລັດພາຍໃນ 5 ວັນ.
ກ່ຽວກັບການກໍ່ສ້າງໂຄງການດັ່ງກ່າວແຕ່ເດືອນຕຸລາ 2019 ຫາ ມັງກອນ 2020 ກໍມີຄວາມປອດໄພດີ, ແຕ່ມາໄລຍະນີ້ຝົນຕົກເຮັດໃຫ້ເກີດອຸປະສັກໃນການສັນຈອນ ເປັນຕົ້ນແມ່ນທາງມື່ນ, ຜູ້ຂັບຂີ່ບໍ່ລຶ້ງກັບເສັ້ນທາງ, ຜູ້ຂັບຂີ່ຍັງຖືເບົາຕໍ່ກົດຈະລາຈອນບໍ່ເຄົາລົບເຊິ່ງກັນ ແລະ ກັນ ຢູ່ເຂດກໍ່ສ້າງຕ້ອງມີຜູ້ໄປຜູ້ຢຸດ, ທຳມະດາຢູ່ເຂດນັ້ນຜູ້ຮັບເໝົາຕ້ອງມີພະນັກງານໄວ້ໂບກລົດອຳນວຍ ຄວາມສະດວກໃນການສັນຈອນ.
ຕໍ່ກັບອຸບັດເຫດທີ່ເກີດຂຶ້ນໃນວັນທີ 8 ມີນາ 2020 ທາງພະແນກກໍໄດ້ແຕ່ງຕັ້ງຄະນະຮັບຜິດຊອບ 2 ຄະນະ ລົງປະສານສົມທົບກັບພາກສ່ວນກ່ຽວຂ້ອງພາກລັດລົງສົມທົບກັບບໍລິສັດຮັບເໝົາກໍ່ສ້າງ ເນັ້ນໃຫ້ໂຄງການກໍ່ສ້າງປະຕູນໍ້າເຄັມ
ເຮັດບົດບັນທຶກຮ່ວມກັບບ້ານມີ 5 ຂໍ້ ຄື: ຂະຫຍາຍທາງ, ໃສ່ໄຟເຍືອງທາງ, ຕິດຕັ້ງປ້າຍເຕືອນ, ໃສ່ໄຟເຕືອນລຽບຕາມເສັ້ນທາງເວັ້ນ, ພ້ອມທັງໃຫ້ມີພະນັກງານມາຊ່ວຍລະບາຍລົດຢູ່ 2 ເບື້ອງໃນຊົ່ວໂມງເລັ່ງດ່ວນ. ສ່ວນມາດຕະການຊ່ວຍເຫຼືອ ແລະ ແບ່ງເບົາ ຄວາມທຸກໂສກຄອບຄົວຜູ້ເສຍຊີວິດທັງ 3 ຄົນ ຈາກອຸບັດເຫດນັ້ນໃນເບື້ອງຕົ້ນພວກເຮົາໄດ້ເຂົ້າໄປຮ່ວມສົ່ງສະການເຮັດພິທີທາງສາສະໜາ ແລະ ມອບເງິນໃຫ້ຈຳນວນໜຶ່ງ ສ່ວນການຊ່ວຍເຫຼືອດ້ານອື່ນໆແມ່ນຍັງປຶກສາຫາລືກັນຢູ່.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Commenti