top of page
Search

ຄຳລາວໃນໜ້າທີ່ຕົວໜັງສືທີ່ສາມາດອ່ານໄດ້ສອງແບບ

  • superseo001
  • Mar 20, 2020
  • 1 min read

Updated: Mar 20, 2020

ຄຳລາວໃນ​ໜ້າ​ທີ່​ຕົວ​ໜັງ​ສືທີ່ສາມາດອ່ານໄດ້ສອງແບບ

ຄຳທີ່ອ່ານໄດ້ສອງແບບແມ່ນຄຳທີ່ປະກອບພະຍາງມີຮູບສັບສົມບູນ ແຕ່ຮູບສັບນັ້ນປະກອບດ້ວຍ ສະຫຼະໜ້າ ເx ແx,​ ປະກອບດ້ວຍສະກົດ ງ,​ ຍ,​ ວ ແລະ ຕົວປະສົມເຊັ່ນ ຫງ,​ ຫຍ,​ ຫວ. ເພາະມັນເໝືອນມີສະກົດໃນຕົວ ນອກຈາກນີ້ຍັງມີສະຫຼະເທິງອີກຈຳນວນໜຶ່ງ

ຕົວຢ່າງການປະກອບສັບທີ່ສາມາດອ່ານໄດ້ສອງແບບແລະມີຄວາມໝາຍ

“ແຫງ,​ ແຫວ,​ ເຫວ,​ ເຫວີ,​ ເຫງ,​ ເຫງີກ,​ ເຫຍີງ,​ ເຫງັນ”…​

ຄຳເຫຼົ່ານີ້ສາມາດອ່ານໄດ້ສອງແບບ ແຕ່ຄົນສ່ວນຫຼາຍຈະອ່ານຕາມຄວາມໝາຍທີ່ມີ ໂດຍຈະອະທິບາຍເປັນຕົວຢ່າງດັ່ງນີ້:

ຕາມຕາມຕົວແກນເຄົ້າ + ເx ແx +ສະກົດ

ແຫງ = ຫ + ແxງ = Haeng ໃກ້ຈະແຕກ,​ ມີຮອຍ ເຫງ = ຫ + ເxງ = Heng ບໍ່ມີຄວາມໝາຍ ແຫວ = ຫ + ແxວ = Heo ບໍ່ມີຄວາມໝາຍ ເຫວ = ຫ + ເxວ = Heiw ໜ້າຜາ,​ ຮ່ອມຜາ

ຕົວແກນເປັນຕົວປະສົມ + ເx ແx

ຫງ + ແx = ngae ອາດຈະໝາຍເຖິງສຽງເດັກນ້ອຍໄຫ້ ຫວ + ແx = wae ໝາຍເຖິງບານອອກ,​ ແບອອກ ເຊັ່ນ ສົບແຫວ,​ ປາກແຫວ… ຫວ + ເx = w:e ບໍ່ມີຄວາມໝາຍ

ສຳລັບ “ເຫງີກ ເຫງັນ,​ ເຫຍີງ,​ ເຫວີ”​ ສາມາດອ່ານໄດ້ສອງແບບ.​

ອ່ານຕາມຕົວແກນເປັນພະຍັນຊະນະປະສົມ + ເxີ ເxັ + ສະກົດ ເຫງີກ = ຫງ + ເxີ + ກ = ngerk ເຫງີກຫງາກ,​ປັນຍາອ່ອນ ເຫງັນ = ຫງ + ເx ັ + ນ = ngen ສັດຊະນິດໜຶ່ງຄ້າຍແມວ ເຫຍີງ = ຫຍ + ເxີ + ງ =Yerng ຫຍຸ້ງເຫຍີງ ເຫວີ = ຫວ + ເxີ = wer ປາກເຫວີ,​ ສົບເຫວີ ມີລັກສະນະໃຫຍ່ກວ່າ ແຫວ waerອ່ານແຍກ ເຫງີກ = ເຫ -​ ງີກ ບໍ່ມີຄວາມໝາຍ ເຫງັນ = ເຫ -​ ງັນ (ງັນອາດມີຄວາມໝາຍວ່າຄົບງັນ,​ເຂົ້າງັນ)​ ເຫຍີງ = ເຫ -​ຍີງ ບໍ່ມີຄວາມໝາຍ ເຫວີ = ເຫ -​ວີ ບໍ່ມີຄວາມໝາຍ (ວີ ໝາຍເຖິງພັດໃຊ້ວີເຂົ້າ)​

ຕົວໜັງສືທີ່ສາມາດອ່ານໄດ້ສອງແບບ, ບັນຫານີ້ຜູ້ທີ່ຍົກຂຶ້ນມາຖາມກັນ ລ້ວນແຕ່ແມ່ນຄົນມັກສໍ້ກັນທັງນັ້ນ ເຊິ່ງບໍ່ແມ່ນຖາມເພື່ອຄວາມຮູ້ທີ່ແທ້ຈິງ.​


ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


©2020 by My Site. Proudly created with Wix.com

bottom of page