top of page
Search

ຂົວມິດຕະພາບລາວ-ໄທແຫ່ງທີ6ທີ່ຈະເຊື່ອມຕໍ່ສາລະວັນອຸບົນຣາຊະທານີ

  • superseo001
  • Mar 20, 2020
  • 1 min read

Updated: Mar 20, 2020

“ການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 6 ທີ່ຈະເຊື່ອມຕໍ່ລະຫວ່າງເມືອງ ລະຄອນເພັງ ແຂວງສາລະວັນ ຫາເມືອງ ນາຕານ ແຂວງອຸບົນຣາຊະທານີຂອງປະເທດໄທ ຈະໄດ້ມີການກໍ່ສ້າງຂຶ້ນພາຍຫຼັງທີ່ການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ລະຫວ່າງແຂວງ ບໍລິຄໍາໄຊ ແລະ ແຂວງບຶງການຂອງໄທສໍາເລັດ, ເຊິ່ງລັດຖະບານທັງສອງປະເທດໄດ້ຕົກລົງເຫັນດີເປັນເອກະພາບນໍາກັນແລ້ວ”

📷ພາບ: ວຽງຈັນທາຍ

ປັດຈຸບັນນີ້ ທາງເມືອງກໍາລັງສະເໜີຂັ້ນເທິງເພື່ອ ຍົກລະດັບດ່ານທ້ອງຖິ່ນພາຍໃນເມືອງ ໃຫ້ເປັນ ດ່ານສາກົນເພື່ອອໍານວຍຄວາມສະດວກໃນການສົ່ງອອກ ແລະ ນໍາເຂົ້າສິນຄ້າ ເພາະດ່ານທ້ອງ ຖິ່ນຍັງມີສິນຄ້າກະສິກໍາບາງປະເພດ ແລະ ສິນ ຄ້າຕ່າງໆທີ່ຍັງມີການຫ້າມສົ່ງອອກ-ນໍາເຂົ້າຢູ່.

ອີກຢ່າງໜຶ່ງ ເມຶອງ ລະຄອນເພັງ ເປັນເມືອງທາງຜ່ານທີ່ສາມາດ ເຊື່ອມຕໍ່ໄປຫາຫຼາຍແຂວງພາຍໃນປະເທດໄດ້ ແລະ ມີສະຖານທີ່ ທ່ອງທ່ຽວຫຼາຍແຫ່ງບໍ່ວ່າ ຈະເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດ, ປະຫວັດສາດ ແລະ ວັດທະນະທໍາທີ່ເປັນ ເອກະລັກ.

ເມືອງລະຄອນຍັງ ມີປ່າສະຫງວນ ແຫ່ງຊາດ 2 ແຫ່ງ, ແຫຼ່ງທ່ອງທ່ຽວແຄມຂອງ 4000 ໂບກ ຫຼື 4000 ຂຸມ, ວັດຖຸບູຮານ ເກົ່າແກ່ທີ່ມີອາຍຸ 1 ລ້ານກວ່າປີ (ພາຍໃນວັດມີຮອຍ ພະບາດ, ຮອຍສັງກະລີ, ຕົ້ນໄມ້ກາຍເປັນຫິນ), ຊົມວິຖີຊີວິດການຕໍ່າຫູກ-ຕໍ່າແຜ່ນ ແລະ ແຫຼ່ງ ທ່ອງທ່ຽວອື່ນໆ.

📷ພາບ: ວຽງຈັນທາຍ

ຖ້າຫາກວ່າຂົວຂ້າມນໍ້າຂອງ ແຫ່ງດັ່ງກ່າວເລີ່ມມີການກໍ່ສ້າງທາງເມືອງກໍ່ມີ ແຜນທີ່ຈະປັບປຸງບັນດາແຫຼ່ງທ່ອງທ່ຽວຕ່າງໆ ພາຍໃນເມືອງ ແລະ ປັບປຸງການບໍລິການ ໂຮງ ແຮມ, ຮ້ານອາຫານ, ເຮືອນພັກໄປພ້ອມໆກັນ ເພື່ອຮັບຮອງແລະເພື່ອດຶງດູດນັກທ່ອງທ່ຽວໃຫ້ ໄດ້ຫຼາຍຂຶ້ນອີກໃນອະນາຄົດ.

📷ພາບ: ວຽງຈັນທາຍ

ຕິດຕາມ​ການ​ເຄືອນ​ໄຫວ​ເຫດ​ການເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


©2020 by My Site. Proudly created with Wix.com

bottom of page