top of page
Search

2​ ຄົນທຳອິດ​ ລາວ ຢືນຢັນ ພົບຜູ້ຕິດເຊື້ອໂຄວິດ-19 ແລ້ວ

  • superseo001
  • Mar 25, 2020
  • 1 min read

ທີ່ກະຊວງສາທາລະນະສຸກ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງຂ່າວຢ່າງເປັນທາງການໃນວັນທີ 24 ມີນາ 2020, ກໍລະນີຜູ້ຕິດເຊື້ອ 2 ທ່ານ ທຳ​ອິດໃນ ສປປ ລາວ

ຈາກກວດກວດ​ເຊັກ​ອັນ​ເຄັມ​ງວດ​ມາ​ແຕ່​ປະ​ກົດ​ການ​ເຊື້​ອ​ ໂຄວິດ-19 ມາ, ມີ​ຜູ້​ຕ້ອງ​ສົ່ງ​ໃສ​ຫລາຍ​ທ່ານ​ທີ່​ໄດ້​ຕິດ​ຕາມ ແລະ ໃນ​ທີ່​ສຸດ​ກໍ່​ພົບ​ຜູ້​ຕິດ​ເຊື້ອ ໂຄວິດ-19 ນີ້​ຈົນ​ໄດ້.

ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກກ່າວວ່າ:ໃນວັນທີ 23 ມີນາ ໄດ້ມີການກວດຕົວຢ່າງຜູ້ສົງໄສຕິດເຊື້່ອຈຳນວນ14 ກໍລະນີ; ໃນນີ້12 ກໍລະນີ ທີ່ເປັນແຮງງານລາວເດີນທາງມາຈາກປະເທດໄທກວດບໍ່ພົບກໍລະນີຕິດເຊື້ອ(ແບ່ງເປັນທີ່ແຂວງຈຳປາສັກ 7 ກໍລະນີ, ສະຫວັນນະເຂດ1ຄົນ, ຄຳມ່ວນ1 ຄົນ, ສາລະວັນ2 ຄົນ, ໄຊຍະບູລີ 1ຄົນ).

ສ່ວນອີກ 2 ກໍລະນີຢູ່ນະຄອນຫຼວງວຽງຈັນຜົນກວດວິເຄາະແມ່ນພົບການຕິດເຊື້ອ; ໃນນີ້ກໍລະນີທີ 1 ເປັນເພດຍິງ ອາຍຸ 36 ປີ ສັນຊາດລາວ ເປັນພະນັກງານນຳທ່ຽວ ໂດຍນຳພານັກທ່ອງທ່ຽວທີ່ມາຈາກປະເທດທີ່ມີການລະບາດ ໄປທ່ຽວ ວັງວຽງ, ຫຼວງພະບາງ ແລ້ວນຳສົ່ງນັກທ່ອງທ່ຽວໄປກຳປູເຈຍ ເມື່ອເວລານັກທ່ອງທ່ຽວໄປກຳປູເຈຍ ກໍໄດ້ມີການຄັດກອງແລ້ວພົບວ່າກຸ່ມນັກທ່ອງທ່ຽວດັ່ງກ່າວຕິດໂຄວິດ-19 ຈິ່ງປະສານມາຫາພວກເຮົາ, ພວກເຮົາຈິ່ງນຳສົ່ງພະນັກງານຍິງຄົນດັ່ງກ່າວເຂົ້າກວດເຊື້ອ ແລະ ປິ່ນປົວ.

ກະ​ຊວງ​ສະ​ທາ​ລະ​ນະ​ສຸກ ສ​ປ​ປ​ ລາວ

ກໍລະນີທີ 2 ເປັນເພດຊາຍ ອາຍຸ 28 ປີ  ເປັນພະນັກງານໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ ໄດ້ມີປະຫວັດເດີນທາງໄປສຳມະນາທີ່ບາງກອກປະເທດໄທ, ເມື່ອກັບມາແລ້ວກໍໄດ້ກັກຕົວເອງຢູ່່ເຮືອນ. ຕໍ່ມາໄດ້ມີອາການໄຂ້ ຈິ່ງເຂົ້າມາກວດທີ່ໂຮງໝໍມິດຕະພາບ ຈິ່ງໄດ້ເກັບຕົວຢ່າງມາກວດຢັ້ງຢືນ ແລ້ວຜົນອອກມາວ່າພົບການຕິດເຊື້ອ.

ປັດຈຸບັນຜູ້ຕິດເຊື້ອທັງສອງແມ່ນໄດ້ຮັບການປິ່ນປົວຕາມລະບຽບຫຼັກການ ທີ່ໂຮງໝໍມິດຕະພາບ 150 ຕຽງ. ຕິດຕາມອາການເບື້ອງຕົ້ນ ແລະ ພົບວ່າທັງສອງມີອາການຢູ່ໃນຂອບເຂດທີ່ດີ.

ພ້ອມນີ້ທາງຄະນະກໍຈະໄດ້ລົງສະຖານທີ່ພັກເຊົາ, ບ່ອນເຮັດວຽກ ແລະ ບ່ອນທີ່ເດີນທາງໄປມາຂອງທັງສອງ ເພື່ອຄົ້ນຫາຜູ້ທີ່ໃກ້ຊິດກັບຜູ້ຕິດເຊື້ອທັງສອງ ເພື່ອປະຕິບັດມາດຕະການນຳກັດການແພ່ລະບາດຂອງພະຍາດ.

ທັງນີ້, ແມ່ນ 2 ກໍລະນີທຳອິດຂອງລາວທີ່ມີການຢັ້ງຢືນຢ່າງເປັນທາງການວ່າຕິດເຊື້ອໂຄວິດ-19 ແລະ ມີການກວດພົບເຊື້ອໃນເວລາ 21:00 ໂມງ ຂອງວັນທີ 23 ມີນາ 2020, ຂະນະທີ່ພາຍຫຼັງທີ່ກ່ອນໜ້ານີ້ມີພຽງແຕ່ກໍລະນີສົງໄສ ຊຶ່ງມີຈຳນວນ 131 ຄົນ (129 ຄົນແມ່ນບໍ່ພົບເຊື້ອ). ຂະນະທີ່ສະຖານະການຕິດເຊື້ອໂຄວິດ-19 ທົ່ວໂລກ ປັດຈຸບັນແພ່ລະບາດແລ້ວໃນຫຼາຍກວ່າ 194 ປະເທດ ແລະ ເຂດປົກຄອງ ມີຜູ້ຕິດເຊື້ອສະສົມລວມກວ່າ 377,000 ຄົນ.

ນອກ​ນັ້ນ ຍັງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ຢ່າແຕກຕື່ນ ຢ້ານກົວເກີນເຫດ ແຕ່ກໍຢ່າປະໝາດ. ໃຫ້ພ້ອມກັນປະຕິບັດມາດຕະຖານການຕ່າງໆໃນການປ້ອງກັນຕົວເອງ ຕາມທີ່ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ວາງອອກຢ່າງເຂັ້ມງວດ ແລະ ເປັນເຈົ້າການ.


ຕິດຕາມ​ການ​ເຄືອນ​ໄຫວ​ເຫດ​ການເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


©2020 by My Site. Proudly created with Wix.com

bottom of page